ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ

          ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ໄດ້ໄຂຂື້ນ, ໃນຕອນບ່າຍ ຂອງວັນທີ: 09 ກຸມພາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 6 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍການເປັນປະທານ ຂອງ ສະຫາຍ ນາງ ຄໍາຄູນ ປານປັນຍາ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາໜ່ວຍຮາກຖານ ຊປປລ ກປພ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ມ້ອນ ເພັດພູໄທ ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ບົວເທບ ມາໄລຄຳ, ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ມີ ສະຫາຍ ຮອງຫົວໜ້າຫ້ອງການ ຄຊປປລ ກະຊວງ, ບັນດາ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍຮາກຖານ ຊປປລ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສະຫະກິດອ້ອມຂ້າງ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍແຂກທີ່ຖືກເຊີນທັງໝົດ ຈຳນວນ 58 ສະຫາຍ, ໃນນີ້ ເປັນຜູ້ແທນສົມບູນກອງປະຊຸມໃຫຍ່ ຈຳນວນ 33 ສະຫາຍ, ຍິງ 6 ສະຫາຍ.

          ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງ ແລະ ຮັບຮອງເອົາ ຫຼາຍບັນຫາທີ່ສຳຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຢັ້ງຢືນເຖິງຜົນສຳເລັດ, ຂໍ້ຄົງຄ້າງ ການຊີ້ນຳ-ນຳພາຂອງຄະນະໜ່ວຍຮາກຖານ ຊປປລ ກປອ ໃນໄລຍະທີ່ຜ່ານມາ. ພ້ອມກັນນີ້, ກໍ່ຮັບຮອງເອົາທິດທາງໜ້າທີ່ລວມໃນ 5 ປີຕໍ່ໜ້າ ດັ່ງນີ້:
1. ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍຮາກຖານ ຊປປລ ກປພ ໃນໄລຍະ 02 ປີຜ່ານມາ (2022-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ແລະ ຈັດຕັັ້ງປະຕິບັດວຽກງານຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກປພ. ພ້ອມທັງຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2028). ຊຶ່ງປະກອບດ້ວຍວຽກສັງລວມຂໍ້ມູນ-ຂ່າວສານ, ວຽກງານຄຸ້ມຄອງມາດຕະຖານເຂື່ອນ, ວຽກງານຄຸ້ມຄອງໂຄງການກໍ່ສ້າງ, ວຽກງານຄຸ້ມຄອງໂຄງການດໍາເນີນງານ, ວຽກງານຄວາມປອດໄພອຸດສາຫະກໍາ, ວຽກງານດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ແລະ ວຽກງານສ້າງຂະບວນການ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອສະມາຊິກພາຍໃນໜ່ວຍ ແລະ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງເປັນບັນຫາທີສຳຄັນທີ່ຕ້ອງໄດ້ເອົາໃຈໃສ່ທັງສີດ້ານຄື: ດ້ານແນວຄິດ, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານການຈັດຕັ້ງ ແລະ ດ້ານການສ້າງວຽກເຮັດງານທໍາ.
2. ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກປພ ຊຸດທີ I, ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກປພ ຊຸດເກົ່າ.
3. ໄດ້ເລືອກຕັ້ງເອົາຄະນະໜ່ວຍ ຂອງ ໜ່ວຍຮາກຖານ ຊປປລ ກປພ ສະໄໝທີ I ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ຍິງ 0 ສະຫາຍ. ຜ່ານການປ່ອນບັດຄັດເລືອກຂອງຜູ້ແທນກອງປະຊຸມໃຫຍ່ ໄດ້ເຫັນດີເລືອກຕັ້ງເອົາ ສະຫາຍ ໄຊປະຊາ ສົມບູນຂັນ ເປັນເລຂາ, ສະຫາຍ ວິລະວົງ ມະນີແສງ ເປັນຮອງເລຂາ ແລະ ສະຫາຍ ທະນົງສັກ ໄພສະຫວັດ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມກັນນີ້, ກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດຄັດເລືອກຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຂອງຂັ້ນເທິງ ຕື່ມອີກ.

4. ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ມ້ອນ ເພັດພູໄທ, ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາຂອງ ຊາວໜຸ່ມ ກປພ ຕະລອດໄລຍະ 2 ປີທີ່ຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນນັກໃຫ້ ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນກົມທຸກ ສະຫາຍ ຈົ່ງເຊີດຊູ່ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນສໍາເລັດທີ່ຍາດມາໄດ້ ເພື່ອນຳພາຊາວໜຸ່ມຢູ່ໃນກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກາຍເປັນຊາວໜຸ່ມທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຊາວໜຸ່ມ 4 ບຸກຢ່າງໜັກແໜ້ນ.

5. ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງຄະນະໜ່ວຍຮາກຖານຊາວໜຸ່ມ ກປພ ພ້ອມດ້ວຍສະມາຊິກ ຊາວໜຸ່ມທຸກສະຫາຍ ຈົົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງຊາວໜຸ່ມບັນດາເຜົ່າ ເພື່ອຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ແນໃສ່ເສີມຂະຫຍາຍບົດບາດການນໍາພາຂອງຄະນະໜ່ວຍຊາວໜຸ່ມຮາກຖານ ກປພ ແລະ ຈັດຕັັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັັ້ງ ແລະ ແບບແຜນວິທີນໍາພາ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506