ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຊ່ວຍເຫຼືອສັງຄົມ

          ໃນວັນທີ 17 ຕຸລາ 2023 ທີ່ຜ່ານມາ ຢູ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີມອບ-ຮັບ ເງິນສົດ ແລະ ເຄື່ອງບໍລິໂພກ, ອຸປະໂພກ ເພື່ອຊ່ວຍເຫຼືອຜູ້ປະສົບພິບັດທາງທຳມະຊາດ ຢູ່ໃນຂອບເຂດທົ່ວປະເທດ ໂດຍຜ່ານຄະນະກຳມະການຕ້ານ, ສະກັດກັ້ນ ແລະ ຮັບມືກັບໄພພິບັດ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ). ຕາງໜ້າ ຄະນະ ປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ກ່າວມອບໂດຍ ສະຫາຍ ຈັນທະເລດ ວໍລະບຸດ ເລຂາຄະນະພັກກະຊວງ, ຄະນະບລິຫານງານ ສູນກາງ ຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງ ສະຫາຍ ພັນສອນ ວິພາວັນ ຮອງຫົວໜ້າກົມຂະບວນການຊາວໜຸ່ມ, ສູນກາງ ຊປລ ທັງເປັນຄະນະກຳມະການຕ້ານ, ສະກັດກັ້ນ ແລະ ຮັບມືກັບໄພພິບັດ ຂອງ ສູນກາງ ຊປລ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງນຸ່ງຮົ່ມ, ໝີ່ໄວໆ ແລະ ເງິນສົດ ລວມມູນຄ່າທັງໝົດ 10.000.000 ກີບ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ