
ເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງພະນັກງານນັກຮົບ ໂດຍສະເພາະແມ່ນກຳລັງປ້ອງກັນຊາດ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ບ່ອນຕາຂ່າຍໄຟຟ້າບໍ່ສາມາດເຂົ້າເຖິງ ແລະ ທັງເປັນການເຊື່ອມຊຶມໃຫ້ ສະມາຊິກຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ຮຽນຮູ້ຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງກອງທັບປະຊາຊົນລາວ. ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການນຳພາຂອງ ສະຫາຍ ປອ ສຸກວະສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ ໄດ້ນຳພາຊາວໜຸ່ມພາຍໃນກະຊວງ ຈຳນວນ 50 ສະຫາຍ ທັດສະນະສຶກສາຢ້ຽມຢາມຫ້ອງການຊາວໜຸ່ມກອງທັບ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳເອົາອຸປະກອນເຄື່ອງໄຟຟ້າແສງຕາເວັນ ຈຳນວນ 20 ຊຸດ ລວມມູນຄາ 11ລ້າກວ່າກີບ ນຳມາມອບໃຫ້ ຊາວໜຸ່ມກອງທັບ ເພື່ອນຳໄປມອບຕໍ່ໃຫ້ຊາວໜຸ່ມທີ່ຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ບ່ອນຕາຂ່າຍໄຟຟ້າບໍ່ສາມາດເຂົ້າເຖິງ. ຕາງໜ້າ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວມອບໂດຍ ສະຫາຍ ປອ ສຸກວະສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໂດຍການເປັນສັກຂີ່ພິຍານຂອງພະນັກງານທັງສອງຝ່າຍ.
ພາຍຫຼັງສຳເລັດການພົບປະ ແລະ ມອບອຸປະກອນເຄື່ອງໄຟຟ້າແສງຕາເວັນແລ້ວ, ຄະນະ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ທັດສະນະສຶກສາຢ້ຽມຊົມ ຄ້າຍຄຸກໂພນເຄັງ ເຊິ່ງເປັນບ່ອນທີ່ພວກຈັກກະພັດ ກັກຂັງ ທ່ານ ຜູ້ນຳແນວລາວຮັກຊາດ 16 ທ່ານ ແລະ ຢ້ຽມຊົມຫໍພິພິດຕະພັນປະຫວັດສາດກອງທັບປະຊາຊົນລາວ ດ້ວຍບັນຍາກາດຄຶກຄື້ນ ແລະ ຟົດຟື້ນ.


