ຄະນະບໍລິຫານງານ ຊປປລ ກະຊວງ ຊຸດທີ IV ດຳເນີນກອງປະຊຸມສ່ອງແສງວຽກງານຊາວໜຸ່ມ ປະຈຳໄຕມາດ ຄັ້ງປະຖົມມະລືກ

          ກອງປະຊຸມໄດ້ຈັດຂຶ້ນຕອນບ່າຍວັນທີ 28 ມັງກອນ 2025 ທີ່ຜ່ານມາ ໂດຍແມ່ນໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ຫ້ອງການກະຊວງ ໄດ້ຮັບກຽດເປັນເຈົ້າພາບ. ກ່ອນກອງປະຊຸມຈະເລີ່ມຂຶ້ນຢ່າງເປັນທາງການ ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ນຳພາໂດຍ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ, ປະທານກອງປະຊຸມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ແລະ ລາຍງານຈຸດປະສົງຂອງກອງປະຊຸມຕໍ່ ສະຫາຍ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ.

          ກອງປະຊຸມສ່ອງວຽກງານຊາວໜຸ່ມ ແມ່ນເປັນວຽກງານໜຶ່ງ ທີ່ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຖືເປັນສຳຄັນໃນການນຳພາ-ຊີ້ນຳວຽກງານຊາວໜຸ່ມຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ. ກອງປະຊຸມສ່ອງແສງວຽກງານຊາວໜຸ່ມປະຈຳໄຕມາດຂອງ ຄະນະ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຈະໄດ້ຈັດຂຶ້ນທຸກໆ 3 ເດືອນ ໂດຍແມ່ນບັນດາ ຮາກຖານອ້ອມຂ້າງກະຊວງຜັດປ່ຽນກັນເປັນເຈົ້າພາບ ເພື່ອລາຍງານສະພາບທີ່ພົ້ນເດັ່ນຂອງສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ຕິດພັນກັບຊີວິດການເປັນຢູ່ຂອງຊາວໜຸ່ມໃນທົ່ວໂລກ ກໍ່ຄືຊາວໜຸ່ມລາວເວົ້າລວມ, ເວົ້າສະເພາະຊາວໜຸ່ມຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ກອງປະຊຸມ ຍັງໄດ້ລາຍງານການເຄື່ອນໄຫວວຽກງານຊາວໜຸ່ມຂອງແຕ່ລະຮາກຖານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດຕະຫຼອດໄລຍະ 3ເດືອນ ພ້ອມທັງສະເໜີທິດທາງແຜນການໃນໄລຍະ 3 ເດືອນຕໍ່ໜ້າ.

          ກອງປະຊຸມພ້ອມກັນປຶກສາຫາລື ແລະ ຄົ້ນຄວ້າ ຫຼາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະວຽກງານທີ່ຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຊາວໜຸ່ມຢູ່ພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ມີຜົນເລັດທີ່ຕັ້ງໜ້າ ທັງມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ.
          ກອງປະຊຸມຮຽກຮ້ອງໃຫ້ການນຳຊາວໜຸ່ມພາຍໃນກະຊວງທຸກຂັ້ນ ເອົາໃຈໃສ່ເພີ້ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມຢູ່ໃນຄວາມຮັບຜິດຊອບຂອງຕົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊີດຊູ່ນໍາໃຈເສຍສະຫຼະປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້ສຳເລັດ, ພ້ອມກັນຕີຖ່ອຍປະກົດການຫຍໍ້ໃນສັງຄົມ ໂດຍສະເພາະບັນດາສິ່ງກົດໜ່ວງຖ່ວງດຶງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ໝົດໄປ; ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະເທດໃຫ້ສູງ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເປັນຕົ້ນແມ່ນການເປັນເສນາທິການໃຫ້ຄະນະພັກ, ຄະນະນຳກະຊວງແຕ່ລະຂັ້ນ ຢ່າງໜັກແໜ້ນ.
ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506