ການແຂ່ງຂັນ ເຕະບານ ຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2024 ຈະລະເບີດຄວາມໝັ່ນຕັ້ງແຕ່ວັນທີ 15 ມັງກອນ – 24 ກຸມພາ 2025

          ພິທີເປີດການແຂ່ງຂັນກິລາເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2025 ທີ່ສະໜາມກິລາຫຍ້າທຽມ ລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ; ສະຫາຍ ມອນໄຊ ລາວ ມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາການນຳຈາກກະຊວງ-ອົງການ, ຄູຝຶກ, ນັກກິລາ ແລະ ສະມາຊິກຊາວໜຸ່ມ ຈາກບັນດາກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

          ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຄະນະຈັດການແຂ່ງຂັນໄດ້ກ່າວວ່າ: ການແຂ່ງຂັນກິລາບານເຕະໃນຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມນັ້ນ ກໍເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ອີກດ້ວຍ ແນໃສ່ຜັນຂະຫຍາຍວາລະແຫ່ງຊາດ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ປູກຈິດສໍານຶກໃຫ້ຊາວໜຸ່ມ ຫັນມາຫຼິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ ແລະ ການເຕົ້າໂຮມຄວາມສາມັກຄີ ລະຫວ່າງຄະນະຊາວໜຸ່ມ ບັນດາອົງການ, ກະຊວງ, ນະຄອນຫລວງວຽງຈັນ.

          ສຳລັບທີມທີ່ເຂົ້າຮ່ວມແຂ່ງຂັນ ແມ່ນມາຈາກຄະນະກິລາຊາວໜຸ່ມຈາກບັນດາອົງການ, ກະຊວງ ແລະ ນະຄອນຫຼວງ ທັງໝົດ 24 ທີມ. ໃນນັ້ນ, ແບ່ງອອກເປັນ 4 ກຸ່ມ (ກ, ຂ, ຄ ແລະ ງ) ກຸ່ມລະ 6 ທີມ ຄັດເລືອກເອົາທີ 1 ເເລະ 2 ຂອງເເຕ່ລະກຸ່ມ ຜ່ານເຂົ້າຮອບຕໍ່ໄປ ແລະ ຈະດຳເນີນແຂ່ງຂັນທຸກວັນຈັນ-ວັນພະຫັດ, ເວລາ 14:00- 16:00 ໂມງ, ມື້ລະ 2 ຄູ່ ທີ່ສະໜາມກິລາຫຍ້າທຽມ ລ້ານຊ້າງ.
          ສຳລັບທີມແຊ໋ມຊະນະເລີດ ຈະໄດ້ເງິນສົດ 20.000.000 ກີບ, ຂັນລາງ ວັນ 1 ໜ່ວຍ ແລະ ຫຼຽນຄໍາ 35 ໜ່ວຍ ພ້ອມໃບຍ້ອງຍໍ, ອັນດັບທີ 2 ເງິນສົດ 15.000.000 ກີບ, ຫລຽນເງິນ 35 ໜ່ວຍ ພ້ອມໃບຍ້ອງຍໍ, ອັນດັບທີ 3 ໄດ້ເງິນສົດ 10.000.000 ກີບ, ຫຼຽນທອງ 35 ໜ່ວຍພ້ອມໃບຍ້ອງຍໍ ແລະ ອັນດັບທີ 4 ເງິນສົດ 5.000.000 ກີບ ພ້ອມໃບຍ້ອງຍໍ. ນອກນັ້ນ ທີມມາລະຍາດດີເດັ່ນ ຂັນ 1 ໜ່ວຍ, ນັກເຕະດີເດັ່ນ ຂັນ 1 ໜ່ວຍ, ຜູ້ຍິງປະຕູຫຼາຍ ຂັນ 1 ໜ່ວຍ, ຜູ້ສົ່ງໃຫ້ຍິງປະຕູຫຼາຍສຸດ ຂັນ 1 ໜ່ວຍ, ນັກເຕະເກັ່ງຮອບດ້ານ ຂັນ 1 ໜ່ວຍ, ທີມກອງເຊຍດີເດັ່ນ 3 ທີມ ຂັນທີມລະ 1 ໜ່ວຍ, ຜູ້ຮັບປະຕູດີເດັ່ນ ຂັນ 1 ໜ່ວຍ ແລະ ຄູຝຶກດີເດັ່ນ ຂັນ 1 ໜ່ວຍ.
          ຫຼັງພິທີເປີດແຂ່ງຂັນສຳເລັດແລ້ວ ພາຍໃນບັນຍາກາດດັ່ງກ່າວ ກໍໄດ້ມີການແຂ່ງຂັນເຕະບານ ນັດພິເສດ ລະຫວ່າງ ທີມລວມການນຳຈາກບັນດາກະຊວງ ພົບກັບ ທີມລວມຜູ້ໃຫ້ການສະໜັບສະໜູນ ຜົນປະກົດວ່າ: ທີມລວມຜູ້ໃຫ້ການສະໜັບສະໜູນ ໄລ່ເອົາຊະນະໄປແບບສຸດມ່ວນ 3-2 ປະຕູ.
ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506