ຄະນະບໍລິຫານງານ ຊປປລ ກະຊວງ ປະກາດແຕ່ງຕັ້ງບົ່ງຕົວ ຄະນະປະຈຳ ແລະ ຄະນະບໍລິຫານງານ ຊປປລ ກະຊວງ ເພີ້ມ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວາລະການດຳເນີນກອງປະຊຸມ ສ່ອງແສງວຽກງານຊາວໜຸ່ມແບບເຄື່ອນທີ່ ປະຈຳເດືອນ ສິງຫາ 2023 ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 8 ສິງຫາ 2023 ໂດຍແມ່ນໜ່ວຍຮາກຖານ ຊປປລ ຫ້ອງການກະຊວງ ໄດ້ຮັບກຽດເປັນເຈົ້າພາບ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່. ມີ ສະຫາຍ ປະລິຍາເອກ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ຮອງເລຂາ ຄະນະບໍລິຫານງານ ຊປປລ ກະຊວງ, ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ ຊປປລ ກະຊວງ; ເລຂາ, ຮອງເລຂາ, ຄະນະ ແລະ ຜູ້ຕາງໜ້າ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ຊປປລ ຫ້ອງການກະຊວງ ເຂົ້າຮ່ວມ.

          ສະຫາຍ ນາງ ໂສພາ ສໍພາບມີໄຊ ຄະນະບໍລິຫານງານ ຊປປລ ກະຊວງ, ຮອງຫົວໜ້າຫ້ອງການ ຄຊປປລ ກະຊວງ ໄດ້ຂຶ້ນຜ່ານມາມະຕິຕົກລົງຂອງ ຄະນະບໍລິຫານງານສູນກາງ ຊປປລ, ສະບັບເລກທີ 605/ສຊປລ, ລົງວັນທີ 26 ກໍລະກົດ 2023 ວ່າດ້ວຍການແຕ່ງຕັ້ງບົ່ງຕົວ ຄະນະປະຈໍາ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ເພີ້ມແທນຕຳແໜ່ງທີ່ຫວ່າງລົງ ຈຳນວນ 2 ສະຫາຍ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ປາດຖະໜາ ທອງດີ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາ ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ ເປັນຄະນະປະຈຳ ຄຊປປລ ກະຊວງ ແລະ ແຕ່ງຕັ້ງ ສະຫາຍ ນາງ ຄຳຄູນ ປ້ານປັນຍາ ເລຂາໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກກຳພະລັງງານ ເປັນຄະນະບໍລິຫານງານ ຊປປລ ກະຊວງ ສະໄໝທີ III.

          ຫຼັງຈາກນັ້ນ, ສະຫາຍ ເລຂາຄະນະບໍລິຫານງານ ຊປປລ ກະຊວງ ໄດ້ມອບມະຕິຕົກລົງແຕ່ງຕັ້ງ ແລະ ໃຫ້ກຽດໂອ້ລົມມີຄຳເຫັນຕໍ່ກອງປະຊຸມ. ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສອງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ທີ່ໄດ້ອຸທິດເຫືອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດຂອງຕົນ ເຄື່ອນໄຫວວຽກງານຊາວໜຸ່ມ ເຮັດໃຫ້ຂັ້ນເທິງມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ. ພ້ອມກັນນີ້, ສະຫາຍ ເລຂາ ຄຊປປລ ກະຊວງ ຍັງໄດ້ເນັ້ນໃຫ້ ສະຫາຍ ທັງສອງເສີມຂະຫຍາຍຜົນງານ ແລະ ມູນເຊືື້ອທີ່ໄດ້ປະຕິບັດຜ່ານມາ ໃຫ້ໄດ້ຮັບຜົນສຳເລັດກວ່າເກົ່າ, ເປັນແບບຢ່າງໃຫ້ມະຫາຊົນໃນການເຄື່ອນໄຫວວຽກງານຕ່າງໆ ໄປພ້ອມໆກັບຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃຫ້ສູງຂຶ້ນ ເພື່ອນຳພາຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ກາຍເປັນແຂນຂວາຂອງອົງຄະນະພັກກະຊວງ ແລະ ເປັນເສນາທິການໃຫ້ການນຳກະຊວງທຸກຂັ້ນຢ່າງໜັກແໜ້ນ.