
ໃນວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມຂອງ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມຄຸ້ມຄອງພະລັງງານ ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະ ທານຂອງ ສະຫາຍ ບຸນທະວີ ຈັນຕະເງິນ ເລຂາໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ກົມຄຸ້ມຄອງພະລັງງານ. ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຈັນທະເລດ ວໍລະບຸດ ກໍາມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງພະລັງງານ; ມີບັນດາ ສະຫາຍ ຄະນະໜ່ວຍພັກ, ຄະນະກົມຄຸ້ມຄອງພະລັງງານ; ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອອ້ມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກໍາມະບານ, ແມ່ຍິງ) ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 45 ສະຫາຍ, ໃນນີ້ເປັນຜູ້ແທນກອງປະຊຸມໃຫຍ່ ຈໍານວນ 22 ສະຫາຍ.


