ເພື່ອຈັດຕັ້ງຜັນຂະຫຍາຍບົດແນະນຳຂອງ ສູນກາງ ຊປປລ ສະບັບເລກທີ 251/ລຂ, ລົງວັນທີ 12 ພຶດສະພາ 2022 ແລະ ແຈ້ງການ ສະບັບເລກທີ 172/ລຂ, ລົງວັນທີ 20 ກຸມພາ 2023 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຊາວໜຸ່ມແຕ່ລະຂັ້ນ. ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ດຳເນີນເປີດບັ້ນດຳເນີນຊີວິດການເມືອງ ໂດຍການລົງຊຸກຍູ້, ຕິດຕາມ ແລະ ເຜີຍແຜ່ບັນດາ ເອກະສານທີ່ກ່ຽວຂ້ອງຕ່າງໆ ໃຫ້ບັນດາ ຄະນະຊາວໜຸ່ມຮາກຖານ ແລະ ໜ່ວຍຮາກຖານ ອ້ອມຂ້າງກະຊວງ. ກົນໄກ ແລະ ຮູບແບບການລົງຊຸກຍູ້ບັ້ນດຳເນີນຊີວິດການເມືອງຂອງ ຄະນະບໍລິຫານງານ ຊປປລ ກະຊວງ ໃນຄັ້ງນີ້, ໄດ້ຈັດເປັນ 4 ຈຸ ໂດຍແມ່ນບັນດາ ສະຫາຍ ເລຂາ, ຮອງເລຂາ ຄະນະບໍລິຫານງານ ຊປປລ ກະຊວງເປັນຫົວໜ້ານຳພາ.
ນອກຈາກນີ້ ຍັງປະກອບມີບັນດາ ສະຫາຍ ຄະນະປະຈຳ, ຄະນະບໍລິຫານງານ ຊປປລ ກະຊວງ ແລະ ກອງເລຂາຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງ ຄຊປປລ ກະຊວງ ເປັນຄະນະ, ຄາດວ່າຈະໃຫ້ສຳເລັດພາຍໃນເດືອນ ກໍລະກົດ 2023 ນີ້ ເພື່ອເປັນບ່ອນອີງໃຫ້ ບັນດາຄະນະຊາວໜຸ່ມຮາກຖານ ແລະ ໜ່ວຍຮາກຖານ ອ້ອມຂ້າງກະຊວງ ຈຳນວນ 17 ຮາກຖານ ໄດ້ດຳເນີນກອງປະຊຸມໃຫຍ່ຂອງຕົນສຳເລັດຕາມກຳນົດເວລາພາຍໃນປີ 2023 ນີ້. ມາຮອດປັດຈຸບັນນີ້, ມີ 1 ຄຊປປລ ຮາກຖານ ແລະ 1 ໜ່ວຍຮາກຖານ ຄື: ຄຊປປລ ຮາກຖານ ລັດວິສາຫະກິດຖືຮຸ້ນລາວ ແລະ ໜ່ວຍຮາກຖານ ຊປປລ ຫ້ອງການກະຊວງ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂອງຕົນແລ້ວ.
