ການພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ(EMD: Energy – Mines Database in Lao PDR)

           ຕອນເຊົ້າ ວັນທີ 15 ກໍລະກົດ 2022 ຜ່ານມາ ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການສ້າງລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີບັນດາຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ.

          ຈຸດປະສົງໃນການປຶກສາຫາລືໃນການສ້າງລະບົບຖານຂໍ້ມູນທາງດ້ານການລົງທຶນ, ດ້ານພະລັງງານ ແລະ ບໍ່ແຮ່ ກໍ່ເພື່ອເຮັດໃຫ້ການສ້າງ ແລະ ນຳໃຊ້ເຕັກໂນໂລຊີເພື່ອຍົກສູງປະສິດທິພາບຂອງວຽກງານຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃຫ້ທັນຍຸກສະໄໝ ເປັນເຄື່ອງມືຊ່ວຍໃນການຄຸ້ມຄອງ, ບໍລິຫານ, ຕິດຕາມ ແລະ ລາຍງານ ການເຮັດວຽກທີ່ວ່ອງໄວ.
ໃນກອງປະຊຸມ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ຊີ້ນຳວຽກງານປະຊາສຳພັນ ແລະ ໄອທີ ໄດ້ຂື້ນສະເໜີບົດກ່ຽວກັບແຜນພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ເຊັ່ນ: ແນວຄວາມຄິດໃນການສ້າງລະບົບຖານຂໍ້ມູນໃນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ເປັນຖານຂໍ້ມູນ (Database) ເພື່ອເກັບຂໍ້ມູນກ່ຽວກັບການລົງທຶນ/ໂຄງການໃນຂະແໜງພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ, ເປັນຖານຂໍ້ມູນແບບລວມສູນ, ຕົວເລກຕ້ອງຊັດເຈນ ແລະ ປັບປຸງຕົວເລກທັນກັບເວລາ (Update), ສາມາດຄຸ້ມຄອງ, ບໍລິຫານ ແລະ ນຳໃຊ້ຖານຂໍ້ມູນຮ່ວມກັນໄດ້ສະດວກ ໂດຍຮັກສາຄວາມຖືກຕ້ອງ, ຂໍ້ມູນຕ້ອງຖືກເກັບໄວ້ໃນສູນຂໍ້ມູນ(Datacenter) ຢູ່ໃນ ສປປ ລາວ ແລະ ມີຄວາມປອດໄພສູງ.
          ຜ່ານການຮັບຟັງແລ້ວ ທ່ານປະທານກໍໄດ້ຊົມເຊີຍຕໍ່ການລາຍງານແຜນພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນລະບົບຖານຂໍ້ມູນທີ່ມີຄວາມສະດວກໃນການຊອກຫາຂໍ້ມູນ ແລະ ປອດໄພທີ່ສຸດ.
           ໃນຕອນທ້າຍຂອງກອງຜະຊຸມ ທ່ານປະທານກໍໄດ້ມີຄຳເຫັນຕໍ່ກອງປະຊຸມວິຊາການປຶກສາຫາລືໃນການສ້າງຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຕື່ມວ່າ: ເພື່ອໃຫ້ຂໍ້ມູນປະຈຸບັນທີ່ມີຢູ່ແລ້ວນຳບັນດາກົມ, ສະຖາບັນພາຍໃນກະຊວງພະລັງງານ ແລະບໍ່ແຮ່ ສາມາດເອົາມາເປັນຖານຂໍ້ມູນດຽວໃຫ້ເປັນຖານຂໍ້ມູນແບບສູນລວມ, ສາມາດກວດສອບໄດ້ ແລະ ໃຫ້ທັນກັບສະພາບການປະຈຸບັນ. ສ່ວນບັນຫາອື່ນໆ ແມ່ນໃຫ້ ຫ້ອງການບັນດາກົມ ແລະ ສະຖາບັນ ປະສານສົມທົບກັນ ເພື່ອຮ່ວມກັນສ້າງຖານຂໍ້ມູນການລົງທຶນທາງດ້ານພະລັງງານ ແລະ ບໍ່ແຮ່ ໃຫ້ໄດ້ນຳໃຊ້ໂດຍໄວ.
ພາບ ແລະ ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ