ກອງປະຊຸມປຶກສາຫາລືກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ

          ໃນລະຫວ່າງວັນທີ 5-6 ມິຖຸນາ 2023 ທີ່ໂຮງແຮມ ທາດຫຼວງດໍ, ນະຄອນຫຼວງວຽງຈັນ ກົມກົດໝາຍ, ກະຊວງຍຸຕິທຳ ຮ່ວມກັບ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ກົງຈີ ຢາງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຍຸຕິທຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຊ່ຽວຊານຈາກ ຈາກໂຄງການ BGR ປະຈຳຢູ່ກົມຄຸ້ມຄອງບໍ່ແຮ່ ເຂົ້າຮ່ວມ.
          (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ປະກອບມີ V ພາກ, 79 ມາດຕາ ຄື: ພາກທີ I ມີ 4 ມາດຕາ (ມາດຕາ 1-4), ພາກທີ II ມີ 2 ໝວດ (ໝວດທີ 1 ແຕ່ມາດຕາ 5-8 ແລະ ໝວດທີ 2 ແຕ່ມາດຕາ 9-35), ພາກທີ III ມີ 3 ໝວດ (ໝວດທີ 1 ແຕ່ມາດຕາ 36-39, ໝວດທີ 2 ແຕ່ມາດຕາ 40-47 ແລະ ໝວດທີ 2 ແຕ່ມາດຕາ 48-75), ພາກທີ IV ມີ 2 ມາດຕາ (ແຕ່ມາດຕາ 76-77) ແລະ ພາກທີ V ມີ 2 ມາດຕາ (ແຕ່ມາດຕາ 78-79).

          ຜ່ານການປຶກສາຫາລື ໃນກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ທີ່ດຳເນີນເປັນເວລາ 2 ວັນ ເຫັນວ່າ ຮ່າງດຳລັດດັ່ງກ່າວມີເນື້ອທີ່ລະອຽດ, ຄົບຖ້ວນ ແລະ ສົມບູນ ພໍສົມຄວນ ແຕ່ຍັງມີບາງພາກ ບາງມາດຕາ ຕ້ອງໄດ້ປັບປຸງໃຫ້ສດອຄ່ອງຕາມກົດໝາຍ ແລະ ລະບຽບການ ເພື່ອໃຫສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນເຂົ້າໃນການຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່. ໃນກອງປະຊຸມຄັ້ງນີ້ ແມ່ນສຳເລັດການກວດກາຄວາມສອດຄ່ອງຕໍ່ຮ່າງດຳລັດດັ່ງກ່າວ ຈຳນວນ 24 ມາດຕາ ຍັງເຫຼືອ 55 ມາດຕາ ຕ້ອງໄດ້ສືບຕໍ່ຄົ້ນຄວ້າ. ເນື່ອງຈາກເວລາກອງປະຊຸມມີຈຳກັດ ແລະ ມີຫຼາຍປະເດັ່ນຕ້ອງໄດ້ປຶກສາຫາລື. ສະນັ້ນ, ເພື່ອເຮັດໃຫ້ ການກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ (ຮ່າງ) ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ ດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ຈະສົມທົບກັບ ກະຊວງຍຸຕິທຳ ເພື່ອດຳເນີນກອງປະຊຸມດັ່ງກ່າວໃຫ້ສຳເລັດໂດຍໄວ ແລ້ວນຳເຂົ້າສູ່ກອງປະຊຸມຂອງລັດຖະບານ ເພື່ອພິຈາລະນາ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ