ນັກວິຊາການ ແລະ ຊ່ຽວຊານ ດ້ານແຮ່ທາດ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ ປຶກສາຫາລືປະກອບຄຳເຫັນ ຕໍ່ ຮ່າງດໍາລັດວ່າດ້ວຍການ ຊື້-ຂາຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

          ລະຫວ່າງວັນທີ 25-28 ມີນາ 2024 ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ. ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອປະກອບຄໍາເຫັນຕໍ່ (ຮ່າງ) ດໍາລັດວ່າດ້ວຍການຊື້ຂາຍ, ນໍາເຂົ້າສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຮັກສາການຫົວໜ້າກົມຄຸ້ມຄອງບໍ່ແຮ່. ມີນັກວິຊາການ, ນັກຊ່ຽວຊານ ພ້ອມດ້ວຍພະນັກງານລັດຖະກອນ ຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ; ສະພາແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຍຸຕິທຳ, ວິທະຍາໄລເຕັກນິກຊັບພະວິຊາ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ, ບັນດາພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະ ບັນດາບໍລິສັດຜູ້ລົງທຶນດ້ານບໍ່ແຮ່ ເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການລະດົມແນວຄວາມຄິດຈາກບັນດາ ນັກວິຊາການ, ນັກຊ່ຽວຊານ ແລະ ພະນັກງານ ທີ່ເຮັດວຽກຂະແໜງທໍລະນີສາດ ແລະ ແຮ່ທາດ ທັງນີ້ກໍ່ເພື່ອຮັບປະກັນໃຫ້ຮ່າງດໍາລັດວ່າດ້ວຍການຊື້ຂາຍ, ນໍາເຂົ້າສົ່ງອອກ ແລະ ສົ່ງຜ່ານແຮ່ທາດ ມີເນື້ອໃນຄົບຖ້ວນ, ຊັດເຈນ, ຈະແຈ້ງ ແລະ ທັງສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ ແລະລະບຽບການອື່ນໆ ທີ່ໄດ້ນຳໃຊ້ມາກ່ອນໜ້ານີ້ແລ້ວ. ຮ່າງດໍາລັດວ່າດ້ວຍການຊື້ຂາຍ, ນໍາເຂົ້າສົ່ງອອກ ແລະ ສົ່ງຜ່ານແຮ່ທາດ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ແລະ ກວດກາ ວຽກງານ ຊື້-ຂາຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອເຮັດໃຫ້ການຄຸ້ມຄອງການດໍາເນີນທຸລະກິດກ່ຽວກັບແຮ່ທາດ ມີຄວາມເຂັ້ມງວດ, ມີປະສິດຕິຜົນ ແນໃສ່ ຮັບປະກັນການເກັບລາຍຮັບ ແລະ ຜົນປະໂຫຍດສູງສຸດຂອງຊາດ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະກອບມີ 11 ພາກ, 5 ໝວດ, 71 ມາດຕາ.

              ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານບໍ່ແຮ່ ຕື່ມອີກເຊັ່ນ: ເນື້ອໃນວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030; ດຳລັດ ວ່າດ້ວຍການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ; ດໍາລັດ ວ່າດ້ວຍການ ປິດບໍ່ແຮ່; ດຳລັັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັລແຮ່ທາດ; ດຳລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030ແລະ ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອກປີ 2030.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506