ກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານ ໂຄງການພັດທະນາບໍ່ແຮ່ ຢູ່ແຂວງຫຼວງພະບາງ

          ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 22-23 ພະຈິກ 2023 ຜ່ານມານີ້, ຢູ່ແຂວງຫຼວງພະບາງ. ກອງປະຊຸມໄດ້ຈັດເປັນສອງວາລະຄື: ໃນຄັ້ງວັນທີ 22 ພະຈິກ 2023 ໄດ້ເຜີຍແຜ່ເຜີຍແຜ່ເນື້ອໃນສັນຍາສໍາປະທານ ພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ອັງຕີມອນ ໃນເນື້ອທີ 6.768 ເຮັກຕາ ຢູ່ເຂດບ້ານທອງໃຕ້, ເມືອງໂພນທອງ ແລະ ບ້ານຫາດສະເພີຍ ເມືອງງອຍ ແຂວງຫຼວງພະບາງ ຂອງບໍລິສັດ ຫຼວງພະບາງອັງຕີມອນ ຈໍາກັດ ໂດຍການເປັນປະທານຮ່ວມຂອງ ທ່ານ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງງອຍ, ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງ, ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສົມໃຈ ວັນນະສີ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ໂດຍມີຜູ້ຕາງໜ້າຈາກ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ, ພະແນກຊັບພະບາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງີນແຂວງ ພ້ອມດ້ວຍພາກສ່ວນທີ່ກ້ຽວຂ້ອງຂັ້ນທ້ອງຖີ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດ,​ຊື່ງມີຜູ້ເຂົ້າຮ່ວມທັງໝົດ 52 ທ່ານ.

          ຕໍ່ມາໃນຄັ້ງວັນທີ 23 ພະຈິກ 2023 ໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ເຜີຍແຜ່ເນື້ອໃນສັນຍາສໍາປະທານ ພັດທະນາບໍ່ແຮ່ ແລະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທອງ ຢູ່ເຂດບ້ານສະເລື່ອນ, ບ້ານປາກລືມ, ບ້ານນາເກືອ ແລະ ບ້ານນາແຄ້ງ, ເມືອງຈອມເພັດ, ແຂວງຫຼວງພະບາງ ຂອງບໍລິສັດ ແມ່ຂອງລຣີເວີ ມາຍນີ້ງ ຈໍາກັດ (ບໍລິສັດ ຫຼວງ ພະບາງ ຂຸດຄົ້ນແຮ່ທອງ (ລາວ)) ໂດຍການເປັນປະທານຮ່ວມຂອງທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ, ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສົມໃຈ ວັນນະສີ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ໂດຍມີຜູ້ຕາງໜ້າຈາກ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ, ພະແນກຊັບພະບາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງີນແຂວງ ພ້ອມດ້ວຍພາກສ່ວນທີ່ກ້ຽວຂ້ອງຂັ້ນທ້ອງຖີ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດ, ຊື່ງມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ.

          ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນສັນຍາສໍາປະທານ 2 ໂຄງການ ຈາກ ທ່ານ ນ. ບົວວັນ ຈັນບຸນມີ ຮອງຫົວໜ້າພະແນກສໍາປະທານ ແລະ ຄຸ້ມຄອງສັນຍາ, ກົມຄຸ້ມຄອງບໍ່ແຮ່ ຊື່ງທັງນີ້ກໍ່ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ແນວທາງນະໂຍບາຍຂອງ ພັກ, ລັດຖະບານ ໃນການພັດທະນາອຸດສາຫະກໍາບໍ່ແຮ່ ຢູ່ປະເທດເຮົາ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ພະແນກປະຊາສຳພັນ ແລະ ໄອທີ