ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງອຸດສາຫະກຳ ຣາຊະອານາຈັກໄທ ແລກປ່ຽນບົດຮຽນວິຊາການດ້ານວຽກງານທໍລະນີສາດ-ບໍ່ແຮ່

           ພິທີພົບປະ ແລະ ເຮັດວຽກລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ກັບ ກົມອຸດສາຫະກຳພື້ນຖານ ແລະ ການເໝືອງແຮ່, ກະຊວງອຸດສາຫະກຳ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ມັງກອນ 2025 ທີ່ຫ້ອງປະຊຸມ 102. ຫົວໜ້າຄະນະຝ່າຍ ສປປລາວ ນຳໂດຍ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສູນທອນ ລາໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ມີຜູ້ຕາງໜ້າຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ,ມີຄະນະພະແນກ ແລະ ວິຊາການຂອງກົມຄຸ້ມຄອງບໍ່ແຮ່ ແລະ ກົມທໍລະນີສາດ ແລະ ແຮ່ທາດ. ຄະນະຜູ້ແທນຝ່າຍຣາຊະອານາຈັກໄທ ນຳໂດຍ ທ່ານ ນາງ ອາຣາຍາ ສາໄລເພັດ ຮອງອະທິບໍດີກົມອຸດສາຫະກຳພື້ນຖານ ແລະ ການເໝືອງແຮ່, ກະຊວງ ອຸດສາຫະກຳ. ນອກຈາກນີ້ ຍັງມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

           ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບວຽກງານການພັດທະນາບໍ່ແຮ່ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາວຽກງານການຄຸ້ມຄອງການລົງທຶນດ້ານບໍ່ແຮ່, ວຽກງານການຊອກຄົ້ນ ແລະ ສຳຫຼວດແຮ່ທາດ, ຂັ້ນຕອນການລົງທຶນດ້ານບໍ່ແຮ່ ແລະ ອື່ນໆ. ພ້ອມກັນນັ້້ນ, ກໍ່ໄດ້ປຶກສາຫາລືແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອຍົກລະດັບວິຊາການດ້ານບໍ່ແຮ່ ຊຶ່ງຈຸລາລົງກອນມະຫາວິທະຍາໄລ ໄດ້ສະເໜີທຶນຍົກລະດັບຄົ້ນຄວ້າດ້ານປະລິນຍາເອກ ແລະ ປະລິນຍາໂທ ສາຂາວິສາວະກຳບໍ່ແຮ່ ແລະ ສິ່ງແວດລ້ອມບໍ່ແຮ່ ຊຶ່ງເຫັນວ່າເປັນບາດກ້າວອັນດີທີ່ຈະໄດ້ນຳສົ່ງພະນັກງານຂະແໜງບໍ່ແຮ່ເພື່ອໄປຍົກລະດັບວິຊາສະເພາະໃນສາຂາດັ່ງກ່າວໃນອານາຄົດ ແລະ ໃນຕໍ່ໜ້າຈະໄດ້ມີການປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນເພື່ອແລກປ່ຽນບົດຮຽນການຄຸ້ມຄອງການລົງທຶນດ້ານບໍ່ແຮ່ ແລະ ບົດບັນທຶກການຮ່ວມມືເພື່ອຍົກລະດັບວິຊາສະເພາະດ້ານບໍ່ແຮ່ ລະຫວ່າງລາວ-ໄທ ຮ່ວມກັນຕື່ມອີກ.

           ຕໍ່ມາໃນວັນທີ 17 ມັງກອນ 2025, ຄະນະຜູ້ແທນດັ່ງກ່າວກໍ່ໄດ້ໄປຢຽມຢາມຫ້ອງການສຳນັກງານຂອງບໍລິສັດ ພູເບ້ຍ ມ້າຍນິ້ງ ຈໍາກັດ ເພື່ອຮັບຟັງການດຳເນີນງານໂຄງການຂຸດຄົ້ນ ແລະ ປຸງແຮ່ຄຳ-ທອງ ຢູ່ໂຄງການພູຄຳ ແລະ ໂຄງການຫ້ວຍຊາຍ ທີ່ໄດ້ນຳສະເໜີໂດຍວິຊາການບໍລິສັດ. ພ້ອມກັນນີ້, ໃນຕອນເຊົ້າວັນທີ 18 ມັງກອນ 2025, ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່ ກໍ່ໄດ້ນຳພາຄະນະຜູ້ແທນດັ່ງກ່າວ ໄປຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຢູ່ເຂດເມືອງໜອງບົກ, ແຂວງຄຳມ່ວນ ແລະ ໄດ້ຮັບຟັງການລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຂອງໂຄງການ ແລະ ໄດ້ຢຽມຢາມເຂດຂຸດຄົ້ນ ແລະ ໂຮງງານປຸງແຕ່ງແຮ່ໂປຕາສ ແລະ ສາງເກັບມ້ຽນຜະລິດຕະພັນແຮ່ໂປຕາສ ເພື່ອກະກຽມສົ່ງອອກອີກດ້ວຍ.

ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506