ບໍລິສັດ ພັດທະນາແຮ່ທາດ COECCO ຈຳກັດ ເອົາໃຈປະຕິບັດພັນທະການປິດບໍ່ ແລະ ການຟື້ນຟູເນື້ອທີ່ເຂດສຳປະທານໂຄງການ.

           ໃນວັນທີ 9 ສີງຫາ 2023 ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ; ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ, ຫ້ອງການພະລັງງານ ແລະ ແລະ ບໍ່ແຮ່ ເມືອງທ່າແຂກ, ອົງການປົກຄອງເມືອງທ່າແຂກ, ອົງການປົກຄອງບ້ານນາໂດນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງຄຳມ່ວນ ພ້ອມດ້ວຍບໍລິສັດ ພັດທະນາແຮ່ທາດ COECCO ຈຳກັດ ລົງກວດກາການຈັດຕັ້ງປະຕິບັດວຽກງານການ ຟື້ນຟູເນື້ອທີ່ ແລະ ປິດບໍ່ແຮ່ ໂຄງການຂຸດຄົ້ນ ແລະ ຜະລິດຫີນກາວ ຢູ່ເຂດບ້ານນາໂດນ, ເມືອງທ່າແຂກ, ແຂວງຄຳມ່ວນ ໂດຍການນຳພາຂອງ ທ່ານ ນ. ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ສຸລີນ ພົມມະໄຊ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄຳມ່ວນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

          ໃນການລົງຕິດຕາມກວດກາຢູ່ພາກສະໜາມຄັ້ງນີ້ ແມ່ນເພື່ອຕິດຕາມກວດກາຄວາມຄືບໜ້າໃນການດຳເນີນການຟື້ນຟູເນື້ອທີ່ຄືນ ແລະ ການປິດບໍ່ແຮ່ ຂອງບໍລິສັດ ທີ່ໄດ້ດຳເນີນນັບແຕ່ປີ 2019 ເປັນຕົ້ນມາ ເປັນຕົ້ນ: ການດຳເນີນການຟື້ນຟູເນື້ອທີ່ຄືນ ແລະ ການປິດບໍ່ແຮ່ ເຂດຂຸດຄົ້ນບໍ່ແຮ່, ລານກອງແຮ່, ກອງດິນເຟືອຍ, ສຳນັກງານຫ້ອງການ, ສາງລະເບີດ, ສາງເກັບເຄື່ອງ, ອູ່ສ້ອມແປງລົດ ແລະ ເຂດອື່ນໆ ຕາມແຜນການປິດບໍ່ແຮ່ ທີ່ຖືກຮັບຮອງ ໂດຍອີງໃສ່ ກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ) ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017 ແລະ ດໍາລັດວ່າດ້ວຍການປິດບໍ່ແຮ່ ສະບັບເລກທີ 252/ລບ, ລົງວັນທີ 26 ພຶດສະພາ 2020 ເຊິ່ງມາຮອດປັດຈຸບັນນີ້ ເຫັນວ່າບໍລິສັດໄດ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ແລະ ມີຄວາມຄືບໜ້າດີ.
 
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ