ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030

          ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ກັນຍາ 2023 ຢູ່ກົມຄຸ້ມຄອງບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມທໍລະນີສາດ ແລະ ແຮ່ທາດ, ກົມແຜນການ ແລະ ການຮ່ວມມື ແລະ ລັດວິສາຫະກິດແຮ່ທາດລາວ.
          ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023. ໃນນີ້ໃນເນັ້ນໃສ່ການກໍານົດຈຸດລິເລີ່ມ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ຕາມພາລະບົດບາດທີ່ໄດ້ກໍານົດໄວ້ ໃນ 2 ຍຸດທະສາດ, 6 ເປົ້າໝາຍ, 31 ຄາດໝາຍ ແລະ 49 ວຽກຈຸດສຸມ. ພ້ອມກັນນີ້ ກໍ່ໄດ້ມີການນັດໝາຍກັນ ເພື່ອມາລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໜ້າວຽກຂອງຕົນໃນທຸກໆ 3 ເດືອນ.

          ຮ່າງຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035 ແມ່ນການວາງແຜນ ທີີ່ມີເປົ້າໝາຍ, ຄາດໝາຍ ແລະ ຈຸດສຸມທີີ່ມີລັກສະນະ ເປັນລະບົບ ແລະ ຕໍ່ເນື່ອງ ໂດຍໄດ້ຄົົ້ນຄວ້າ ແລະ ສ້າງຂື້ນສອດຄ່ອງຕາມກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ ລວມທັງ ແນວໂນ້ມ ແລະ ສິີ່ງທ້າທາຍຕໍ່ການພັດທະນາແຮ່ທາດ ຢູ່ພາຍໃນ ປະເທດ, ພາກພື້ນ ແລະ ສາກົນ. ການສ້າງຍຸດທະສາດການພັດທະນາແຮ່ທາດ ແມ່ນອີງໃສ່ຫຼັກການພື້ນຖານ ຕາມທີີ່ກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍແຮ່ທາດ ຄື : ❶ ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ; ❷ ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົົ້ນ, ການນໍາໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ; ❸ ນໍາໃຊ້ຜົນການສໍາຫຼວດທໍ່ລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ; ❹ ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດຢູ່ພາຍໃນ ແລະ ສົົ່ງອອກຕ່າງປະເທດ ເພື່ອພັດທະນາເສດຖະກິດ-ສັງຄົມ; ແລະ ❺ ສອດຄ່ອງ ກັບສັນຍາສາກົນ ແລະ ສົນທິສັນຍາທີີ່ ສປປ ລາວ ເປັນພາຄີ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ