ໜ່ວຍພັກ ກົມຄຸ້ມຄອງບໍ່ແຮ່ ສຳເລັດການດຳເນີນກອງປະຊຸມກາງສະໄໝ

ຂ່າວສັ້ນ:
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 24 ມິຖຸນາ 2023 ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະລາ ແກ້ວຫາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງບໍ່ແຮ່. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ. ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.
          ໃນວາລະການດຳເນີນກອງປະຊຸມ ສະຫາຍ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາຂອງຄະນະໜ່ວຍພັກ ໃນໄລຍະ 2ປີເຄິ່ງຜ່ານມາ, ຫຼັງຈາກນັ້ນ, ສະຫາຍ ເລຂາໜ່ວຍພັກ ຍັງໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຕື່ມອີກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິກໍ່ສ້າງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງຖອດຖອນບົດຮຽນທີ່ປະຕິບັດ ແລະ ຂໍ້ບົກຜ່ອງ ທີ່ຈະຕ້ອງສືບຕໍ່ແກ້ໄຂ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ດຳເນີນການລົງຄະແນນສຽງຄວາມໄວ້ວາງໃຈຕໍ່ການນຳພາລວມຂອງໜ່ວຍພັກ ແລະ ຕໍ່ຄະນະໜ່ວຍພັກ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ຕື່ມອີກ.
ພາບ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ