ສປປລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ແຮ່ທາດອາຊຽນ ຄັ້ງທີ 10 ໃນປີ 2025 Post author:mem admin Post published:11/12/2024 Post category:ກົມຄຸ້ມຄອງບໍ່ແຮ່ ຂໍ້ມູນດັ່ງກ່າວ ໄດ້ຮັບການເປີດເຜີຍໃນໂອກາດ ທີ່ຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ເຊິ່ງນຳໂດຍ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ທັງເປັນເຈົ້າໜ້າທີ່ອາວຸໂສແຮ່ທາດ ອາຊຽນ ຂອງ ສປປລາວ ພ້ອມດ້ວຍຄະນະວິຊາການ ຈໍານວນ 10 ທ່ານ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 24 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ເມືອງບາຫຼີ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 17-23 ພະຈິກ 2024. ທີ່ປະຊຸມ, ຄະນະຜູ້ແທນໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄວ້າຫຼາຍບັນຫາ ທີ່ກຸ່ມປະເທດອາຊຽນມີຄວາມສົນໃຈຮ່ວມກັນ ໂດຍສະເພາະແມ່ນ ການຮ່ວມມືດ້ານແຮ່ທາດໃນກຸ່ມປະເທດອາຊຽນໃນໄລຍະຜ່ານມາ, ບັນດາຜົນສໍາເລັດ , ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ພ້ອມກັນນີ, ທີ່ປະຊຸມຍັງໄດ້ມີຄວາມເປັນເອກະພາບກັນ ໃຫ້ ສປປ ລາວ ເວົ້າລວມ, ເວົ້້າສະເພາະກໍແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 25 ແລະ ກອງປະຊຸມລັດຖະມົນຕີ ແຮ່ທາດອາຊຽນ ຄັ້ງທີ 10 ໃນປີ 2025 ທີ່ຈະມາເຖິງນີ້. ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່ຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກົມຄຸ້ມຄອງບໍ່ແຮ່ ແລະ ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປຶກສາຫາລືວຽກງານກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານແຮ່ທາດ ແລະ ວຽກງານກວດກາສິ່ງແວດລ້ອມ 02/10/2024 ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕງ ແຮ່ເກືອໂປຣຕາດ 26/05/2023 ພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງອັດຕະປື ແລະ ແຂວງສາລະວັນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ 13/05/2024
ກົມຄຸ້ມຄອງບໍ່ແຮ່ ແລະ ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປຶກສາຫາລືວຽກງານກວດກາປະເມີນຜົນຈັດປະເພດໂຄງການລົງທຶນດ້ານແຮ່ທາດ ແລະ ວຽກງານກວດກາສິ່ງແວດລ້ອມ 02/10/2024
ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕງ ແຮ່ເກືອໂປຣຕາດ 26/05/2023
ພະນັກງານ-ວິຊາການຄຸ້ມຄອງບໍ່ແຮ່ ຢູ່ແຂວງອັດຕະປື ແລະ ແຂວງສາລະວັນ ສຳເລັດຍົກລະດັບວິຊາສະເພາະດ້ານການເຕັກນິກ, ວິຊາການ 13/05/2024