ກອງປະຊຸມປຶກສາ ການຈັດຕັ້ງປະຕິບັດບົດບັນທຶກລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມກົມຄຸ້ມຄອງບໍ່ແຮ່ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນປຶກສາຫລື ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກການແບ່ງຄວາມຮັບຜິດຊອບ ກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ ຈາກໂຄງການບໍ່ແຮ່ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ທີ່ການນຳກະຊວງທັງສອງກະຊວງ ລົງນາມຮ່ວມກັນໃນກາງປີ 2022 ທີ່ຜ່ານມາ ເພື່ອຈະໄດ້ພ້ອມກັນຖອດຖອນບົດຮຽນ ແລະ ແກ້ໄຂໃນຕໍ່ໜ້າ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຈາກໂຄງການລົງທຶນບໍ່ແຮ່ ມີປະສິດທິພາບ, ມີປະສິດທິຜົນ ທັງຮັບປະກັນຄວາມເປັນເອກະພາບທາງດ້ານຂໍ້ມູນ, ຕົວເລກບັນຊີ ແລະ ຕົວເລກລາຍການທີ່ກ່ຽວຂ້ອງອື່ນເຊັ່ນ: ຕົວເລກຄິດໄລ່ພາສີ-ອາກອນ, ລາຄາແຮ່ທາດຢູ່ຕະຫຼາດໂລກ ແລະ ບັນຫາອື່ນໆ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506