
ພິທີວາງເງິນຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ປິດບໍ່ແຮ່ ຂອງບໍລິສັດ ສະໄກ ຂຸດຄົ້ນ ບໍ່່ແຮ່ ຈໍາກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 03 ກໍລະກົດ 2023 ນີ້ ທີ່ກົມຄຸ້ມຄອງບໍ່່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ກຽດມອບຂອງປະທານ ບໍລິສັດສະໄກ ຂຸດຄົ້ນບໍ່່ແຮ່ ຈໍາກັດ ແລະ ກ່າວຮັບຂອງ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງຜູ້ຕາງໜ້າ ຈາກຫ້ອງການກະຊວງ, ທະນາຄານພັດທະນາລາວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້້າຮ່ວມ.
ການຄໍ້າປະກັນການປິດບໍ່ແຮ່ ແມ່ນ ເຄື່ອງມືທາງດ້ານການເງິນເພື່ອຮັບປະກັນໃຫ້ພາກລັດມີທຶນ ຫຼື ງົບປະມານພຽງພໍນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປິດບໍ່ແຮ່ ໃຫ້ມີປະສິດທິພາບ ມີປະສິດທິຜົນ ໃນກໍລະນີ ບໍລິສັດລົງທຶນດ້ານບໍ່ແຮ່ ຫາກບໍ່ມີການຟື້ນຟູ ແລະ ປົວແປງສິ່ງແວດລ້ອມກ່ອນການປິດບໍ່ແຮ່ ຕາມແຜນການທີ່ໄດ້ກຳນົດໄວ້ຢູ່ໃນບົດປິດບໍ່ແຮ່ເບື້ອງຕົ້ນ ທີ່ກົມຄຸ້ມຄອງບໍ່ແຮ່ໄດ້ຮັບຮອງເອົາ. ເມື່ອບໍລິສັດໄດ້ດໍາເດີນການຟື້ນຟູ ແລະ ປົວແປງສິ່ງແວດລ້ອມ ຕາມແຜນການທີ່ໄດ້ກຳນົດ ແລະ ພາຍຫຼັງແຜນການປິດບໍ່ແຮ່ສະບັບສຸດທ້າຍ ຖືກຮັບຮອງ ເງິນຄໍ້າປະກັນທັງໝົດກໍຈະຖືກສົ່ງຄືນບໍລິສັດ. ວົງເງິນການຄໍ້າປະກັນການປິດບໍ່ແຮ່ ແມ່ນຂຶ້ນກັບອາຍຸຂອງໂຄງການ ຄື: ກໍລະນີອາຍຸຂອງໂຄງການ 16-20 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 15 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ; ອາຍຸຂອງໂຄງການ 10-15 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 20 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ; ອາຍຸຂອງໂຄງການ 5-9 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 25 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ ແລະ ອາຍຸຂອງໂຄງການໜ້ອຍກວ່າ 5 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 50 ສ່ວນຮ້ອຍ ຂອງມູນຄ່າທີ່ກຳນົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ;

ສໍາລັບ ບໍລິສັດ ສະໄກ ຂຸດຄົ້ນ ບໍ່ແຮ່ ຈໍາກັດ ແມ່ນ ບໍລິສັດທີສອງ ທີ່ໄດ້ຈັດຕັ້ງປະຕິບັດການວາງເງິນຄໍ້າປະກັນການປິດບໍ່ແຮ່, ຊຶ່ງອີງຕາມອາຍຸສັນຍາຂອງໂຄງການແມ່ນ 10 ປີ ບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນໃນປີທໍາອິດ 20% ຂອງງົບປະມານໃນການປິດບໍ່ແຮ່ທັງໝົດ ທີ່ໄດ້ກຳນົດໄວ້ຢູ່ບົດແຜນການປິດບໍ່ແຮ່ ທີ່ກົມຄຸ້ມຄອງບໍ່ແຮ່ໄດ້ຮັບຮອງເອົາ, ຊຶ່ງງົບປະມານທີ່ວາງໄວ້ແມ່ນ 448.357 ໂດລາສະຫະລັດ, ດັ່ງນັ້ນໃນປີທໍາອິດ ບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນຈຳນວນ 89.671 ໂດລາສະຫະລັດ ສ່ວນທີ່ເຫຼືອແມ່ນສະເລ່ຍຈ່າຍໃນແຕ່ລະປີ. ການວາງເງິນຄໍ້າປະກັນໃນຄັ້ງນີ້ ບໍລິສັດໄດ້ປະຕິບັດ 4 ປີ ຄືນັບແຕ່ປີ 2020-2023 ລວມເປັນມູນຄ່າທັງໝົດ 209.233 ໂດລາສະຫະລັດ. ບໍລິສັດ ສະໄກ ຂຸດຄົ້ນບໍ່ແຮ່ ໄດ້ເປີດບັນຊີຄໍ້າປະກັນການປິດບໍ່ແຮ່ ຢູ່ທະນາຄານພັດທະນາລາວ ຕາມໜັງສືຢັ້ງຢືນເລກທີ 0918/ບກ.ທພລ, ລົງວັນທີ 23 ພຶດສະພາ 2023.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ