
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2024, ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຂອງກົມຄຸ້ມຄອງບໍ່ແຮ່ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ເຂົ້າຮ່ວມ 50 ກວ່າທ່ານ. ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພືອແລກປ່ຽນບົດຮຽນວຽກງານການຄຸ້ມຄອງວຽກງານບໍ່ແຮ່ໄລຍະຜ່ານມາພາຍໃນແຂວງບໍລິຄຳໄຊວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ ເພື່ອຈະໄດ້ນຳປັບປຸງແກ້ໄຂຂອດການເຮັດວຽກຮ່ວມກັນຕື່ມອີກ ພ້ອມນີ້ຈະໄດ້ນຳຄຳຄິດຄຳເຫັນທີ່່ໄດ້ປຶກສາຫາລືແລກປ່ຽນກັນເປັນຂໍ້ມູນປັບປຸງແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ນອກຈາກນັ້ນ, ຍັງໄດ້ປະຊຸມຮ່ວມກັບບໍລິສັດ ກາວີໂກ ລາວ ຈໍາກັດ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ນິແກນ, ແຮ່ເຫຼັກ, ແຮ່ໂກບານ, ແຮ່ຄຳ ແລະ ແຮ່ເງິນ ຢູ່ເຂດບ້ານບໍ່, ບ້ານໂພນແຍງ, ບ້ານໂພນສົງ ແລະ ບ້ານຜາເມືອງ, ເມືອງບໍລິຄັນ, ແຂວງບໍລິຄໍາໄຊ ຕື່ມອີກ.



