ທ່ານ ລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ເຂົ້າຢ້ຽມຢາມຂໍ່ນັບ

          ຕອນເຊົ້າວັນທີ 3 ກໍລະກົດ 2024 ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ ເອກອັກຄະລັດຖະທູດອົດສະຕຣາລີຄົນໃໝ່ປະຈໍາ ສປປລາວ ທ່ານ ນາງ Megan Jones ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໃນໂອກາດທີ່ ທ່ານ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ອົດສະຕາລີ ຄົນໃໝ່ປະຈຳ ສປປລາວ

          ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ Megan Jones ໄດ້ຮັບໜ້າທີ່ໃໝ່ເປັນເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປລາວ ເຊິ່ງເປັນຂີດໝາຍແຫ່ງການພົວພັນຮ່ວມມືທີ່ດີ ແລະ ມີບັນຍາກາດຟົດຟື້ນລະຫວ່າງ ສປປລາວ ແລະ ອົດສະຕາລີ ໂດຍສະເພາະແມ່ນຜົນສຳເລັດການສະເຫຼີມສະຫຼອງ 60 ປີ ສາຍພົວພັນການທູດລະຫວ່າງສອງປະເທດທີ່ຈັດຂຶ້ນໃນຕົ້ນປີ 2024 ທີ່ຜ່ານມາ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ທ່ານ ລັດຖະມົນຕີ ສະແດງຄວາມຮຸ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ລັດຖະບານ ອົດສະຕາລີ ທີ່ໃຫ້ການຊ່ວຍເຫຼືອ ຂະແໜງການພະລັງງານ ແລະ ບໍ່ແຮ່ ສປປລາວ ມາໂດຍຕະຫຼອດ ເຊິ່ງຜົນສຳເລັດຂອງຂະແໜງການ ພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມານັ້ນ ດ້ານໜຶ່ງກໍ່ຍ້ອນໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກປະເທດເພື່ອນມິດສາກົນ ໃນນີ້ກໍ່ລວມທັງ ອົດສະຕາລີ. . ຕອນທ້າຍຂອງການພົບປະ, ປຶກສາຫາລືກັນ ທ່ານ ລັດຖະມົນຕີ ຍັງໄດ້ສະເໜີໃຫ້ ທ່ານ ທູດ ສືບຕໍ່ປຸກລະດົມ, ຂົ້ນຂວາຍ ແລະ ສະໜັບສະໜູນ ນັກລົງທຶນຈາກ ອົດຕາລີ ເຂົ້າມາລົງທຶນພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ຫຼາຍຂື້ນກວ່າເກົ່າ ໂດຍສະເພາະແມ່ນພະລັງງານແສງແດດ ແລະ ພະລັງງານລົມ ເຊິ່ງເປັນພະລັງງານສະອາດ ທີ່ ສປປລາວ ມີທ່າແຮງພັດທະນາເກືອບທົ່ວປະເທດ.

          ທ່ານ ທູດ ຕີລາຄາສູງ ຕໍ່ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃນໄລຍະຜ່ານມາໂດຍສະເພາະແມ່ນການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດຕໍ່ການຊຸກຍູ້ໃຫ້ເສດຖະກິດຂອງ ສປປລາວ ຈະເລີນເຕີບໂຕ ໄປພ້ອມກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ການພັດທະນາທີ່ດີຂຶ້ນ. ທ່ານ ທູດ ສະແດງຄວາມຍິນດີຮັບເອົາຄຳສະເໜີຂອງ ທ່ານ ລັດຖະມົນຕີ ເພື່ອນຳໄປຄົ້ນຄວ້າ ແລະ ສະເໜີຕໍ່ ລັດຖະບານ ອົດສະຕາລີ ໄດ້ພິຈາລະນາ, ຊຸກຍູ້, ສະໜັບສະໜູນ ແລະ ຊ່ວຍເຫຼືອ. ພ້ອມກັນນີ້, ທ່ານ ທູດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ສປປລາວ ໂດຍສະເພາະ ທ່ານ ລັດຖະມົນຕີ ແລະ ທຸກພາກສ່ວນຂອງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໃຫ້ການຮ່ວມມື, ອຳນວຍຄວາມສະດວກຕໍ່ການປະຕິບັດໜ້າທີ່ການທູດຂອງ ອົດສະຕາລີ ປະຈຳ ສປປລາວ ຜ່ານມາ ແລະ ເຊື່ອໝັ້ນວ່າ ການນຳກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ອຳນວຍຄວາມສະດວກຕໍ່ໄປ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506