ທ່ານ ລັດຖະມົນຕີ ຕ້ອນຮັບ ຜູ້ບໍລິຫານບໍລິສັດ Rusal ຈາກຣັດເຊຍ ເຂົ້າພົບປະຢ້ຽມຢາມ

          ຕອນເຊົ້າວັນທີ 10 ທັນວາ 2024 ທີ່ຜ່ານມາ ທີ່ຫ້ອງຮັບແຂກຊັ້ນ 2 ຕຶກ 1, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ Andrey SKADCHENKO ຜູ້ອຳນວຍການບໍລິສັດຂຸດຄົ້ນບໍ່ແຮ່ ປະເທດລັດເຊຍ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 10-11 ທັນວາ 2024 ນີ້.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ Andrey SKADCHENKO ຜູ້ອຳນວຍການບໍລິສັດຂຸດຄົ້ນບໍ່ແຮ່ ປະເທດລັດເຊຍ ທີ່ໄດ້ເຄື່ອນໄຫວເຮັດວຽກກັບ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໃນຖານະທີ່ເປັນປະເທດໜຶ່ງ ໃຫ້ການຊຸກຍູ້, ສະໜັບສະໜູນການພັດທະນາວຽກງານພະລັງງານໄຟຟ້າ ແລະ ວຽກງານບໍ່ແຮ່ ຢູ່ ສປປ ລາວ, ຖືໂອກາດນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານກ່ຽວກັບການທິດທາງແຜນການພັດທະນາພະລັງງານໄຟຟ້າ ແລະ ວຽກງານບໍ່ແຮ່ ຂອງ ສປປ ລາວ ພ້ອມຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນັ້ນ, ສະເໜີໃຫ້ ບໍລິສັດເຂົ້າມາຮ່ວມລົງທຶນ ໃນວຽກງານພະລັງງານ ແລະ ວຽກງານບໍ່ແຮ່ ຂອງ ສປປລາວ.

          ຂະນະດຽວກັນ ທ່ານ Andrey SKADCHENKO ອຳນວຍການບໍລິສັດຂຸດຄົ້ນບໍ່ແຮ່ ປະເທດລັດເຊຍ, ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ລາຍງານສະພາບການລົງທຶນດ້ານພະລັງງານ ແລະ ດ້ານບໍ່ແຮ່ ຢູ່ ສປປ ລາວ ຂອງ ທ່ານ ລັດຖະມົນຕີ. ພ້ອມກັນນີ້, ທ່ານ ກໍ່ໄດ້ມີຄວາມສົນໃຈຢາກມາລົງທຶນດ້ານພະລັງງານ ແລະ ດ້ານບໍ່ແຮ່ ຢູ່ ສປປ ລາວ, ເພື່ອເສີມຂະຫຍາຍການຮ່ວມມື ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506