
ໃນ ວັນທີ 30 ພຶດສະພາ 2023 ຜ່ານມາ, ທີ່ຫ້ອງປະຊຸມ ໂຄງການເຂື່ອນໄຟຟ້າ ນ້ຳຂອງຫຼວງພະບາງ ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ໂດຍມີຜູ້ຕາງໜ້າຈາກ ຂະແໜງການກ່ຽວຂ້ອງສູນກາງ, ແຂວງ ຫຼວງພະບາງ, ເຂົ້າຮ່ວມ

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ພາຍໃຕ້ການຊີ້ນໍາ – ນໍາພາ ຂອງພັກ ແລະ ລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແລະ ອຸດສາຫະກໍາບໍ່ແຮ່ ຢູ່ປະເທດພວກເຮົາດ້ວຍຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ, ຕໍ່ເນື່ອງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຕັ້ງໜ້າ. ມາຮອດປັດຈຸບັນ ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກໍາລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 94 ແຫ່ງ, ລວມກໍາລັງ ຕິດຕັ້ງ 11.881,14 MW,

ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 GWhly; ທົ່ວປະເທດມີໄຟຟ້າຊົມໃຊ້ ແບບຖາວອນກວມເອົາ 95% ຂອງຈໍານວນຄົວເຮືອນທັງໝົດ, ມີສະຖານີກະຈ່າຍໄຟຟ້າ 84 ແຫ່ງ, ມີລະບົບ ສາຍສົ່ງແຮງສູງ 500 ກວ, 230 ກວ, 115 ກວ; ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຊິ່ງເປັນເສັ້ນເລືອດໃຫຍ່ ໃນການລໍາລຽງກະຈາຍໄຟຟ້າໃນຂອບເຂດທົ່ວປະເທດ ທັງໝົດ 87 ພັນກວ່າກິໂລແມັດ. ສັງລວມແລ້ວຂະແໜງການພະລັງງານ ແລະ ບໍ່ແຮ່ ເປັນຂະແໜງການໜື່ງ ທີ່ມີບົດບາດສໍາຄັນ ໃນການຊຸກຍູ້ໃຫ້ ເສດຖະກິດແຫ່ງຊາດ ມີການຈະເລີນເຕີບໂຕຢ່າງໜັກແໜ້ນ; ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫລາຍທັງທາງກົງ ແລະ ທາງອ້ອມເປັນຕົ້ນແມ່ນ: ການສ້າງວຽກເຮັດງານທໍາ, ກໍ່ສ້າງພື້ນຖານໂຄງລ່າງ (ຖະຫນົນຫົນທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ໄຟຟ້າ, ນໍ້າສະອາດ, ຕະຫຼາດ, ວັດ ແລະ ສິ່ງອໍານວຍຄວາມສະດວກອື່ນໆ). ນອກຈາກນີ້, ຍັງເປັນຂະແໜງການສົ່ງອອກທີ່ສໍາຄັນ ນໍາເອົາເງີນຕາຕ່າງ ປະເທດເຂົ້າປະເທດນັບມື້ ນັບມື້ມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕີບັດວຽກງານທີ່ຜ່ານມາ,ຂໍສະດວກ, ຂໍຫຍຸ້ງຍາກຂອງໂຄງການ. ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງເປັນເຂື່ອນແບບຝ່າຍນໍ້າລົ້ນ (Run off River), Concrete Gravity Dam, ມີຄວາມສູງ 79 m, ລວງສູງຂອງນ້ໍາຕົກ 29,8m., ບໍ່ມີການກັກເກັບນໍ້າ, ກະແສນໍ້າໄຫຼເຂົ້າ (inflow) ເທົ່າກັບກະແສນໍ້າໄຫຼອອກ (outficw) ຕາມທໍາມະຊາດ. ມີກໍາລັງຕິດຕັ້ງທັງໝົດ: 1.480 MW ປະກອບດ້ວຍ ກັງຫັນ Kaplan (Main Uint) ຈໍານວນ 7 ໜ່ວຍ (ຫນ່ວຍລະ 200 MW ແລະ ໜ່ວຍຈັກເສີມ (Auxiliary Unit) ອີກ 3 ໜ່ວຍ, ໜ່ວຍລະ 20 MW), ພະລັງງານທີ່ຜະລິດໄດ້ໃນແຕ່ລະປີປະມານ 8.854 GWh/y (ມາຈາກ Main Units 8.815 GWhy ແລະ Auxiliary Units 238 GWh/y); ມີປະຊາຊົນໄດ້ຮັບຜົນກະທົບກວມເອົາ 3 ແຂວງຄື: ແຂວງ ຫຼວງງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ອຸດົມໄຊ, ລວມມີ 22 ບ້ານ. ໃນນີ້ມີ 14 ບ້ານ, 1.232 ຫຼັງຄາເຮືອນ, 1.298 ຄອບຄົວ, 8.582 ຄົນ ຄາດວ່າຈະຖືກຍົກຍ້າຍ ແລະ ຈັດສັນທີ່ຢູ່ໃໝ່; ອີກ 8 ບ້ານ, 871 ຫຼັງຄາເຮືອນ, 755 ຄອບຄົວ. 4.080 ຄົນ ຈະຂັບຜົນກະທົບຕົ້ນສວນທີ່ຕັ້ງຢູ່ແຄມແມ່ນໍ້າ ແລະ ຈະບໍ່ຖືກຍົກຍ້າຍ.
