ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງ ວຽງຈັນ

          ໃນວັນທີ 24-25 ຕຸລາ 2024 ຜ່ານມາທີ່ຫ້ອງວ່າການ ແຂວງ ວຽງຈັນ ທ່ານ ຈັນທະບູນ ສຸກອາລຸນ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ແຂວງ ວຽງຈັນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງ ວຽງຈັນ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເຈົ້າແຂວງ ວຽງຈັນ ກໍ່ໄດ້ກ່າວສະແດງຄວາມຂ່ຳນັບຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ວຽງຈັນ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕິບັດ ແຜນເສດຖະກິດ ແລະ ສັງຄົມ ທີ່ຕິພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່.

          ພາຍຫຼັງພົບປະການນຳແຂວງ ທ່ານ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໄດ້ໂອ້ລົມ ຕໍ່ພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພະແນກການພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ຢູ່ຫ້ອງປະຊຸມ ພະແນກໃຫ້ກຽດຕ້ອນຮັບໂດຍທ່ານ ຄຳພຸດ ນາມວົງສັກ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ພ້ອມດ້ວຍຄະນະ, ມີບັນດາຕ່າງໜ້າກົມ, ຮອງກົມ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ຫົວໜ້າຫ້ອງການພະລັງງານບໍ່ແຮ່ເມືອງເຂົ່າຮ່ວມ.

          ເນື່ອງໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ໄດ້ມີຄຳເຫັນ ໂອ້ລົມຊີ້ໃຫ້ຄະນະພັກ-ຄະນະນໍາພະແນກພະລັງງານ – ບໍ່ແຮ່ ພ້ອມກັນລົງເລິກນໍາພາ – ຊີ້ນໍາພະນັກງານ ວິຊາການ, ວິຊາສະເພາະໃນລະດັບຕ່າງໆ ໂດຍການເຊື່ອມຊື່ມແນວທາງນະໂຍບາຍຂອງພັກ, ລະບຽບການ, ກົດໜາຍ ແລະ ນິຕິກຳຕ່າງໆ ເປັນປົກກະຕິຕໍ່ເນື່ອງ. ຍຶດຖືຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດເປັນກົກ, ຕັ້ງໜ້າປະຕິບັດວຽກງານວິຊາການ-ວິຊາສະເພາະ ເປັນສໍາຄັນ ແລະ ຮັບປະກັນຄວາມຖືກຕ້ອງ, ໂປງໃສ ຍຸຕິທຳ. ພ້ອມດຽວກັນນີ້ ກໍ່ຕ້ອງໄດ້ມີການປະຊຸມ ປຶກສາຫາລື ວາງແຜນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ໃນແຕ່ລະໄລຍະ ຢ່າງເປັນລະບົບ ຮວ່ມກັບ ພາກສ່ວນກ່ຽວຂ້ອງທັງຂັ້ນທ້ອງຖິ່ນ ແລະ ສູນກາງ ປົກກະຕິ.

ພາຍຫຼັງ ທ່ານ ຮອງລັດຖະມົນຕີ ໄດ້ຍ້ຽມຢາມຊຸກຍູ້ ວຽກງານພະລັງງານ ແລະ ບໍ່ແຮ່ ໃນພະແນກ ພະລັງງານ ແລະ ບໍ່ແຮ່ ແລ້ວ ຍັງໄດ້ລົງຕິດຈາມຊຸກຍູ້ ໂຄງການ ເຂື່ອນນ້ຳ ລີກ 1 ແລະ ໂຄງການ ບໍລິສັດ ລາວ-ລີ້ຕູ້ ມາຍນິ້ງ ຈຳກັດ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ
ສາຍດ່ວນ: 1506