ໃນໂອກາດເຄື່ອນໄຫວວຽກງານວິຊາສະເພາະຢູ່ບັນດາແຂວງພາກກາງ. ຕອນເຊົ້າວັນທີ 11 ສິງຫາ 2023 ຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນ ຈຳນວນ 100.000.000 ລ້ານກີບ ພ້ອມກັບເຄື່ອງບໍລິໂພກ, ອຸປະໂພກ ຈຳນວນ 578 ຖົງ ທີ່ໄດ້ຮັບການບໍລິຈາກ ແລະ ອຸປະຖຳຈາກລັດວິສາຫະກິດໄຟຟ້າລາວ, ບັນດາບໍລິສັດລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ເພື່ອນຳໄປມອບໃຫ້ຜູ້ປະສົບໄພນໍ້າຖ້ວມຢຸ່ແຂວງ ຄຳມ່ວນ, ໃຫ້ກຽດກ່າວຮັບຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ພ້ອມດ້ວຍອຳນາດການປົກຄອງແຂວງ ແລະ ຄະນະຮັບຜິດຊອບຕ້ານໄພພິບັດຂັ້ນແຂວງ.