
ລະຫວ່າງວັນທີ 20-21 ພະຈິກ 2024 ນີ້ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຫຼວງພະບາງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສົມໄຈ ວັນນະສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພ້ອມດ້ວຍຄະນະພັກ, ຄະນະພະແນກ ແລະ ພະນັກງານພາຍໃນພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຫຼວງພະບາງ.

ໃນໂອກາດເຄື່ອນໄຫວວຽກງານວິຊາສະເພາະຢູ່ແຂວງຫຼວງພະບາງ ໃນຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ເຂົ້າພົບປະ, ຢ້ຽມຂໍ່ານັບ ທ່ານ ບຸນເຫຼືອ ສິນໄຊວໍລະວົງ, ຮອງເຈົ້າແຂວງໆ ຫຼວງພະບາງ ພ້ອມດ້ວຍຄະນະນຳຂອງແຂວງ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວ ແລະ ເຮັດວຽກຂອງການນຳກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຫຼວງພະບາງ ໃນຄັ້ງນີ້ ໃຫ້ ທ່ານ ຮອງເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະແມ່ນລົງຊຸກຍູ້ໂຕງການເຂື່ອນໄຟຟ້າ ນ້ຳຂອງຫຼວງພະບາງ ແລະ ບໍລິສັດ ທີ່ມີກິດຈະການດ້ານບໍ່ແຮ່ ພາຍໃນແຂວງ. ຫຼັງຈາກນັ້ນ, ທ່ານ ຮອງເຈົ້າແຂວງ ໄດ້ຕາງໜ້າການນຳຂອງແຂວງ ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການລົງມາເຄື່ອນໄຫວຊີ້ນຳວຽກວິຊາສະເພາະຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້.







