ກະຊວງພະລັງງານ ແລະ ບໍ່ແຮ່, ສປປ ລາວ ແລະ ອົງການບໍລິຫານລັດ ການຄຸ້ມຄອງຕະຫຼາດ, ອົງການຄຸ້ມຄອງມາດຕະຖານແຫ່ງຊາດ, ສປ ຈີນ ຍົກລະດັບການຮ່ວມມືດ້ານເຕັກນິກມາດຕະຖານໄຟຟ້າ

ພິທີເຊັນສັນຍາຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ ປີ 2024, ທີ່ ນະຄອນຫຼວງ ປັກກິງ ສປຈີນ. ຕາງໜ້າ ສປປລາວ ລົງນາມໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຝ່າຍ ສປ ຈີນ ລົງນາມໂດຍ ທ່ານ ດຣ Tian SHIHONG ຫົວໜ້າອົງການບໍລິຫານລັດ ການຄຸ້ມຄອງຕະຫຼາດ, ອົງການຄຸ້ມຄອງມາດຕະຖານແຫ່ງຊາດຈີນ. ໂດຍການເຂົ້າຮ່ວມເປັນສັກຂີ່ພິຍານຂອງພະນັກງານທັງສອງຝ່າຍ.

ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ດ້ານມາດຕະຖານເຕັກນິກ, ຖືວ່າເປັນຈຸດເລີ່ມຕົ້ນ ແລະ ເປັນບ່ອນອີງ ໃນການສ້າງພື້ນຖານການພັດທະນາຂະແໜງພະລັງງານໄຟຟ້າ ຂອງລາວ ໃຫ້ມີຄວາມຍືນຍົງ, ມີຄວາມປອດໄພ ແລະ ສ້າງຄວາມເຊື່ອໝັ້ນ ໃນການຜະລິດ, ການສົ່ງ, ການຈຳໜ່າຍ ແລະ ການບໍລິການດ້ານພະລັງງານໄຟຟ້າເພື່ອສະໜອງໃຫ້ພາຍໃນ ແລະ ເຊື່ອມໂຍງກັບພາກພື້ນ ຕາມນະໂຍບາຍຂອງລັດຖະບານ ແລະ ແຜນພັດທະນາພະລັງງານ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອປະກອບສ່ວນ ອັນສຳຄັນໃນການພັດທະນາເສດຖະກິດສັງຄົມ ຂອງລາວ. ການຮ່ວມມືດັ່ງກ່າວ ຈະໄດ້ເນັ້ນໃສ່ ບາງກິດຈະກຳທີ່ສຳຄັນ ດັ່ງນີ້:

1. ສ້າງ ແລະ ປັບປຸງ ລະບົບມາດຕະຖານເຕັກນິກໄຟຟ້າຂອງລາວ;
2. ຊ່ວຍເຫຼືອທາງດ້ານເຕັກນິກ ໃຫ້ແກ່ວິຊາການຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ໃນຂັ້ນຕອນຂອງການຄຸ້ມຄອງມາດຕະຖານເຕັກນິກໄຟຟ້າ;
3. ຈັດຝຶກອົບຮົມ ແລະ ແລກປ່ຽນ ກ່ຽວກັບ ຄວາມຮູ້ດ້ານມາດຕະຖານ, ລວມທັງການຝຶກອົບຮົມແບບກໍານົດເປົ້າໝາຍກ່ຽວກັບຄວາມອາດສາມາດໃນການຄຸ້ມຄອງ, ຄວາມຮູ້ຢ່າງຮອບດ້ານ ແລະ ໃຫ້ເປັນມືອາຊີບ ເພື່ອຍົກສູງຄວາມຮັບຮູ້ດ້ານມາດຕະຖານ, ແລະ ປັບປຸງຂີດຄວາມສາມາດ ດ້ານມາດຕະຖານສາກົນທັງສອງຝ່າຍ ຢ່າງຮອບດ້ານ;
4. ດໍາເນີນການຄົ້ນຄວ້າວິໄຈຮ່ວມກັນ ກ່ຽວກັບມາດຕະຖານເຕັກນິກໄຟຟ້າ ລວມມີ: ຮ່າງຄຳແນະນຳໃນການເຊ່ືອມຕໍ່ພະລັງງານໃໝ່, ຄຳແນະນຳກ່ຽວກັບຄວາມສະຖຽນລະພາບຂອງລະບົບໄຟຟ້າ, ຄຳແນະນຳດ້ານເຕັກນິກ ກ່ຽວກັບ ການດຳເນີນງານ ແລະ ບຳລຸງຮັກສາ, ຄຳແນະນຳ ກ່ຽວກັບ ອຸປະກອນ ຂອງສາຍສົ່ງໄຟຟ້າ, ໝໍ້ແປງໄຟຟ້າ, ແລະ ສຶກສາການໄຫຼຂອງພະລັງງານໄຟຟ້າ ໂດຍການຈໍາລອງດ້ວຍຄອມຟີວເຕີ ແລະ ການຈໍາລອງເວລາຈິງ ແລະ ອ່ືນໆ.

ພາຍຫຼັງສຳເລັດ ພິທີເຊັນສັນຍາຮ່ວມມືດັ່ງກ່າວ.ທ່ານ ຮອງລັດຖະມົນີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ສະພາໄຟຟ້າແຫ່ງຊາດຈີນ China Electricity Council ແລະ ບໍລິສັດ Beijing SmartChip Microelectronics Technology Co.,LTD ເພື່ອແລກປ່ຽນ, ຖອດຖອນບົດຮຽນຮ່ວມກັນຕື່ມອີກ.

ພາບ-ຂ່າວ: ກົມຄຸ້ມຄອງພະລັງງານ
ຮຽບຮຽງ: ຄຳແສງ ແກ້ປວະເສີດ
Website: www.mem.gov.la
ສາຍດ່ວນ: 1506