ໂຄງການເຂື່ອນໄຟຟ້ານ້ຳອີມູນ1 ແລະ ນ້ຳອີມູນ2 ຈະພັດທະນາແບບປະສົມປະສານພະລັງງານສະອາດ ແຫ່ງທຳອິດ ໃນ ສປປລາວ

          ທ່ານ ໄຊພອນ ວິຊາເທບ ອຳນວຍການບໍລິສັດ ໄຊຊະນະພະລັງງານ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ໃນພິທີເຊັນສັນຍາພັດທະນາໂຄງການ (PDA) ໂຄງການເຂື່ອນໄຟຟ້ານໍ້າອີມູນ1 ແລະ 2 ທີ່ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2023 ຢູ່ກະຊວງແຜນການ ແລະ ການລົງທຶນ ວ່າ: ໂຄງການເຂື່ອນໄຟຟ້ານໍ້າອີມູນ1 ແລະ 2 ຕັ້ງຢູ່ແຂວງເຊກອງ ຈະພັດທະນາໃນຮູບແບບພະລັງງານສະອາດ ປະສົມປະສານ ຄື: ປະກອບມີເຂື່ອນພະໄຟຟ້າ ກຳລັງຕິດຕັ້ງ 75 MW, ແບບ Pump Storage 100 MW ແລະ ແບບ Floating Solar 50 MW ມູນຄ່າການລົງທຶນຂອງໂຄງການທັງໝົດ 450 ລ້ານໂດລາສະຫະລັດ ໂດຍມີເປົ້າໝາຍຜະລິດພະລັງງານເພື່ອສົ່ງອອກໄປຍັງ ສສ.ຫວຽດນາມ ເຊິ່ງເປັນຕະຫລາດທີ່ມີຄວາມຕ້ອງການພະລັງງານສູງໃນປັດຈຸບັນ.
           ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ່າ: ໂຄງການພະລັງງານສະອາດ ແບບປະສົມປະສານ ເຊິ່ງມີກຳລັງການຕິດຕັ້ງ 225 MW ທີ່ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ໄຊຊະນະພະລັງງານ ຈຳກັດຜູ້ດຽວ ໄດ້ຮັບສິດເປັນຜູ້ພັດທະນາ ຖືເປັນໂຄງການດ້ານພະລັງງານໄຟຟ້າແຫ່ງທຳອິດ ໃນ ສປປ ລາວ ທີ່ມີການພັດທະນາ ເປັນໂຄງການຕິດພັນ ກັບ ການນຳໃຊ້ທ່າແຮງດ້ານຊັບພະຍາກອນ ໃຫ້ມີປະສິດທິຜົນສູງສຸດ ຄື: ພັດທະນາພະລັງງານນ້ຳ ປະສົມປະສານ ກັບພະລັງງານແສງຕາເວັນ ແລະ ຍັງສາມາດພະລິດພະລັງງານໃນຮູບແບບ ໂປ່ມນ້ຳຂຶ້ນໃນອ່າງເກັບນ້ຳໃນຕອນກາງຄືນ ໃນຍາມທີ່ບໍ່ມີຄວາມຕ້ອງການພະລັງງານ (Pump Storage) ແລະ ກັບມານຳໃຊ້ໃນຍາມກາງເວັນ ໃນຊ່ວງທີ່ມີການນຳໃຊ້ພະລັງງານຫລາຍ. ການພັດທະນາໂຄການດັ່ງກ່າວ ແມ່ນແນ່ໃສ່ການຈັດສັນນຳໃຊ້ພະລັງງານໄຟຟ້າພາຍໃນ ແລະ ສົ່ງອອກໄປຍັງຕ່າງປະເທດ ເພື່ອເປັນການປະກອບສ່ວນສຳຄັນໃນການສ້າງຖານລາຍຮັບໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ, ການຖ່າຍທອດເຕັກນິກວິຊາການ ແລະ ນະວັດຕະກຳໃໝ່ໆ ໃຫ້ແກ່ວິສະວະກອນຂອງລາວເຮົາ ແລະ ຍັງເປັນການປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ທີ່ພັດທະນາໄປກ່າວໆ ແລະ ຍືນຍົງ.

          ຕາງໜ້າ ລັດຖະບານ ລົງນາມໂດຍ ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຝ່າຍບໍລິສັດ ພັດທະນາໂຄງການ ເຊັນໂດຍ ທ່ານ ໄຊພອນ ວິຊາເທບ ອຳນວຍການບໍລິສັດ ໄຊຊະນະພະລັງງານ ຈຳກັດຜູ້ດຽວ ໂດຍມີການນຳ ແລະ ພະນັກງານ ຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ (ແຂວງເຊກອງ) ເຂົ້າຮ່ວມເປັນສັກຂີພິຍານ.

ພາບ: ກອງເລຂາການນຳ
ຂ່າວ: ຄຳແສງ ແກ້ວປະເສີດ