ກອງປະຊຸມທາບທາມຄຳຄິດເຫັນຕໍ່ການປັບປຸງກົດໝາຍ ວ່າດ້ວຍແຮ່ທາດ ຄັ້ງທີ2

           ກອງປະຊຸມໄດ້ຈັດຂຶ້ນລະຫວ່າງວັນທີ 26-27 ມິຖຸນາ 2023 ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ບັນດາພະແນກພະລັງງານ ແລະ ບໍ່ແຮ່ 8 ແຂວງພາກເໜືອ ແລະ ຜູ້ລົງທຶນຢູ່ໃນຂົງເຂດທໍລະນີສາດ ແລະ ບໍ່ແຮ່ ຢູ່ 8 ແຂວງພາກເໜືອເຂົ້າຮ່ວມຢ່າງພ້ອມພຽງ. ສຳລັບກອງປະຊຸມຄັ້ງທີ 1 ໄດ້ຈັດຂຶ້ນຢູ່ແຂວງ ບໍລິຄຳໄຊ ເມື່ອກາງເດືອນ ມິຖຸນາ ທີ່ຜ່ານມາ ໂດຍມີບັນດາພະແນກພະລັງງານ ແລະ ບໍ່ແຮ່ ແຂວງພາກກາງ ແລະ ພາກໃຕ້ ພ້ອມດ້ວຍຜູ້ລົງທຶນເຂົ້າຮ່ວມ.

            ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ສປປ ລາວ ຕັ້ງຢູ່ລະຫວ່າງກາງຂອງຫຼາຍໂຄງສ້າງທໍລະນີສາດ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ຊຶ່ງເປັນທ່າແຮງອັນສໍາຄັນໃນການຫັນເອົາຊັບພະຍາກອນດັ່ງກ່າວໃຫ້ເປັນທຶນຮອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ມີນະໂຍບາຍເປີດກວ້າງໃຫ້ມີການລົງທຶນໃນຂະແໜງແຮ່ທາດ ເປັນແຕ່ລະໄລຍະມາ. ມາຮອດປະຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ມີການລົງທຶນດ້ານແຮ່ທາດ ຈໍານວນ 255 ບໍລິສັດ, ໃນນັ້ນມີຈໍານວນ 127 ບໍລິສັດ ຢູ່ໃນຂັ້ນຕອນການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ, ຈໍານວນ 34 ບໍລິສັດ ຢູ່ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ຈໍານວນ 94 ບໍລິສັດ ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ. ນອກນັ້ນ ຍັງມີບໍລິສັດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນ-ປຸງແຕ່ງແຮ່ທາດແບບທົດລອງອີກ ຈໍານວນ 91 ບໍລິສັດ. ໃນການພັດທະນາແຮ່ທາດ ໃນໄລຍະຜ່ານມາໄດ້ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງລັດ (2011-2020) ປະກອບສ່ວນເຂົ້າໃນການພັດທະນາອັດຕາການເຕີບໂຕຂອງ GDP ສະເລ່ຍ 7,28% ຕໍ່ປີ.

          ກົດໝາຍວ່າແຮ່ທາດ ສະບັບນີ້ ໄດ້ພິຈາລະນາປັບປຸງທັງໝົດ 12 ມາດຕາ ຄື: ມາດຕາ 3, 13, 42, 48, 53, 56, 59, 60, 77, 78, 90 ແລະ 91. ເພື່ອຮັບປະກັນເຮັດໃຫ້ການປັບປຸງຄົ້ງນີ້ ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ສອດຄ່ອງກັບສະພາບການຂະຫບາຍຕົວທາງດ້ານເສດຖະກິດຂອງປະເທດພວກເຮົາ ຄະນະຄົ້ນຄວ້າ ຈື່ງດໍາເນີນການຄົ້ນຄວ້າຄືນໂດຍໄດ້ຈັດກອງ ປະຊຸມວິຊາກາກຂື້ນ 11 ຄັ້ງ (ຢູ່ກົມຄຸ້ມຄອງບໍ່ແຮ່ 10 ຄັ້ງ ແລະ ວັງວຽງ 1 ຄັ້ງ, ໃນນັ້ນເປັນກອງປະຊຸມຄົບຄະນະ 2 ຄັ້ງ) ແລະ ໄດ້ເປັນເອກະພາບສະເໜີໃຫ້ມີການປັບປຸງ ຈໍານວນ 23 ມາດຕາ ຄື: ມາດຕາ 3, 29, 39, 42, 43, 49, 50, 52, 53, 54, 55, 56, 59, 60, 62, 64, 65, 67, 77, 78, 90, 91 ແລະ 99. ເຊິ່ງເນື້ອໃນຕົ້ນຕໍ ຂອງການປັບປຸງ ແມ່ນຕິດພັນກັບ: ການເປີດໃຫ້ມີການພັດທະນາແຮ່ທາດຫາຍາກ, ການໂຮມກິດຈະການຊອກຄົ້ນແລະ ສໍາຫຼວດເຂົ້າກັນ, ການຫຼຸດຜ່ອນອາຍຸການອອກອະນຸຍາດ, ການຫຼຸດເນື້ອທີ່ອະນຸຍາດໃຫ້ສໍາປະທານສໍາຫຼວດ, ການເພີ່ມເນື້ອທີ່ອະນຸຍາດໃຫ້ດໍາເນີນກິດຈະການກ່ຽວກັບແຮ່ທາດປະເພດອະໂລຫະ, ການກໍານົດສິດພາລະບົດບາດໃນການຄຸ້ມຄອງການປຸງແຕ່ງແຮ່ທາດ ແລະ ການປັບປຸງຄໍາສັບໃຫ້ສອດຄ່ອງຕາມມາດຕະຖານທາງດ້ານເຕັກນິກ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ