ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາອຸດສາຫະກຳໄຟຟ້າ ຢູ່ ສປປ ລາວ

          ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2023 ຢູ່ໂຮງແຮມ ແລນມາກ ລີເວີໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ທີ່ລົງທຶນດ້ານພະລັງງານໄຟຟ້າເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພ້ອມກັນປຶກສາຫາລື ກ່ຽວກັບການຊອກຫາວິທີການແກ້ໄຂ ບັນດາບັນຫາຕ່າງໆ ທີ່ເຫັນວ່າຍັງມີຄວາມຫຍຸ້ງຍາກ, ບໍ່ທັນສອດຄ່ອງກັບການພັດທະນາຂອງປະເທດພວກເຮົາໃນແຕ່ລະໄລຍະ ໃຫ້ມີຄວາມວ່ອງໄວ, ໂລ່ງລຽນ ທັງຮັບກັນໃຫ້ການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ປະເທດພວກເຮົາດຳເນີນໄປຢ່າງມີປະສິດທິພາບ, ມີປະສິດທິຜົນສູງ, ນຳເອົາຜົນປະໂຫຍດມາສູ່ປະເທດຊາດຢ່າງໜັກແໜ້ນ
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສຳເລັດທີ່ຈົບງາມ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ