ສປປລາວ ປຶກສາຫາ ຄວາມເປັນໄປໄດ້ກ່ຽວກັບ ການພັດທະນາພະລັງງານ ໄຮໂດຼເຈນຂຽວ ແລະ ແອມໂມເນຍຂຽວ

          ກອງປະຊຸມປຶກສາຫາ ຄວາມເປັນໄປໄດ້ກ່ຽວກັບ ການພັດທະນາພະລັງງານ ໄຮໂດຼເຈນຂຽວ ແລະ ແອມໂມເນຍຂຽວ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານູວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ທ່ານ ຫົວໜ້າ-ຮອງກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍທີມງານຜູ້ຄົ້ນຄວ້າການຮ່ວມມືທາງດ້ານເສດຖະກິດ ຈາກສະຖານທູດ ຍີ່ປຸ່ນ ປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ.

         ໂຄງການດັ່ງກ່າວນີ້, ເປັນການສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານ ແກ໊ສ ສີຂຽວ ໃນ ສປປ ລາວ ທີ່ໃຫ້ຄວາມສົນໃຈໃນການສຶກສາຈາກບໍລິສັດ ທີທີຊີແອວ (TTCL)ຈໍາກັດ ມະຫາຊົນ, ເຊິ່ງຖືວ່າເປັນບໍລິສັດ ທີ່ໃຫ້ຄວາມສົນໃຈໃນການພັດທະນາພະລັງງານສະອາດ ເປັນມິດຕໍ່ກັບສິ່ງແວດລ້ອມ. ເພື່ອເປັນການພັດທະນາ ຂົງເຂດການຮ່ວມມືກັນທາງດ້ານພະລັງງານກໍຄືພະລັງງານທາງເລືອກ ທີ່ມີບົດບາດສໍາຄັນເຂົ້າໃນ ເສດຖະກິດ- ສັງຄົມ ແລະ ນອກຈາກນີ້ຍັງຖືໄດ້ວ່າເປັນໂຄງການສຶກສາ ແລະ ຄົ້ນຄວ້າຂອງການຫັນປ່ຽນພະລັງງານໃນຮູບແບບໃໝ່ ແລະ ເປັນພະລັງງານທີ່ມີຄວາມສະອາດ, ຕາມແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືແຜນພັດທະນາ ເສດຖະກິດ-ສັງຄົມຂອງຂະແໜງພະລັງງານ ແລະ ບໍ່ແຮ່.

          ທ່ານ ປອ ສີນາວາ ສຸພານຸວົງ ກ່າວວ່າ: ປັດຈຸບັນພວກເຮົາແມ່ນຢູໃນຍຸກ ຂອງການຫັນປ່ຽນເປັນພະລັງງານສີຂຽວ (GX: Green Transformation), ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ, ນີ້ແມ່ນເປັນການຫັນປ່ຽນໄປສູ່ສັງຄົມທີ່ຫຼຸດຜ່ອນການປ່ອຍທາດອາຍອາບອນ (Decarbonized). ທີ່ເກີດຂື້ນຈາກການນໍາໃຊ້ນໍ້າມັນເຊື້ອໄຟຟອດຊິວ, ອາຍແກັສ ທໍາມະຊາດ ແລະ ຖ່ານຫີນ, ເຊິ່ງເປັນແຫຼ່ງພະລັງງານທີ່ນິຍົມກັນໃຊ້ຢ່າງແພ່ຫຼາຍໃນທົ່ວໂລກ. ສະນັ້ນ, ການຫັນປ່ຽນເປັນພະລັງງານສະອາດ, ພະລັງງານທົດແທນກໍ່ຖືກເປັນທາງເລືອກໜື່ງເຊັ່ນ: ການຜະລິດ ພະລັງງານ ໄຮໂດຼເຈນ ແລະ ແອມໂມເນຍ.

          ທ່ານ SHIMANO Yoichi ຫົວໜ້າທີມງານຜູ້ຄົ້ນຄວ້າການຮ່ວມມືທາງດ້ານເສດຖະກິດ, ສະຖານທູດ ຍີ່ປຸ່ນ ປະຈໍາ ສປປລາວ ໃຫ້ຮູ້ວ່າ: ເມື່ອຫວນຄືນໃນປະຫວັດສາດ, ຜູ້ຜະລິດພະລັງງານອຸດສາຫະກໍາທີ່ສໍາຄັນຂອງໂລກເປັນຕົ້ນແມ່ນ ປະເທດ ອັງກິດ ເຊິ່ງມີການນໍາໃຊ້ຖ່ານຫີນເປັນພະລັງງານໃນລະຫວ່າງການປະຕິວັດອຸດສາຫະກໍາໃນສະຕະວັດທີ 18. ຫຼັງຈາກສິ້ນສຸດ ຂອງສົງຄາມໂລກຄັ້ງທີ II, ກໍເປັນຍຸກກ່າວເຂົ້າໄປສູ່ຂອງການນໍາໃຊ້ນໍ້າມັນທີ່ Saudi Arabia ແລະ ຈາກນັ້ນ ກາຕາ ກໍ່ມີການນໍາໃຊ້ LNG ເກີດຂື້ນ. ໃນປັດຈຸບັນ, ແມ່ນມີຄວາມພະຍາຍາມທີ່ຈະຫັນປ່ຽນການນໍາໃຊ້ ແລະ ການຜະລິດພະລັງງານທີ່ສະອາດຄື: ພະລັງງານໄຮໂດຼເຈນ ແລະ ແອມໂມເນຍ. ແຕ່ການຜະລິດພະລັງງານ ດັ່ງກ່າວແມ່ນຍັງມີຄວາມຈໍາກັດຢູ່ໃນໂລກ. ເຊີ່ງຄຽງຄູ່ກັນນັ້ນ, ບັນດາປະເທດ ອົດສະຕຣາລີ, ຕາເວັນອອກ ກາງ, ສະຫະລັດອາເມລິກາ, ຊີລີ ແລະ ສປປ ລາວ, ທີ່ມີທ່າແຮງທາງດ້ານສັກກະຍະພາບພະລັງງານໄຟຟ້ານ້ໍາຕົກ ທີ່ອຸດົມສົມບູນອັນສໍາຄັນ. ຕາມທີ່ປະເທດລາວໄດ້ຖືກເອີ້ນວ່າ “ແບັດເຕີຣີຂອງອາຊີ”, ສ້າງລາຍໄດ້ຈາກການສົ່ງ ຂາຍໄຟຟ້າອອກຕ່າງປະເທດ. ເຖິງຢ່າງໃດກໍຕາມ, ການໄດ້ຮັບຜົນປະໂຫຍດຈາກໄລຍະແຫ່ງການຫັນປ່ຽນຄັ້ງ ຍິ່ງໃຫຍ່ນີ້, ລາວມີເປົ້າໝາຍທີ່ຈະນໍາໃຊ້ກະແສໄຟຟ້າທີ່ຜະລິດຈາກແຫຼ່ງທີ່ບໍ່ແມ່ນຟອດຊິວເຊັ່ນ:: ໄຟຟ້ານ້ໍາຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ເປັນຊັບພະຍາກອນທາງທໍາມະຊາດ. ສປປ ລາວ ຍັງມີຄວາມ ພະຍາຍາມໃຫມ່ທີ່ຈະສ້າງຕັ້ງອຸດສາຫະກໍາໃຫມ່ ສໍາລັບການຜະລິດພະລັງງານສະອາດ ເຊັ່ນ: ໄຮໂດຼເຈນ ແລະ ແອມໂມເນຍ, ທີ່ເປັນການດຶງດູດບັນດາບໍລິສັດ ແລະ ນັກລົງທືນຜູ້ທີ່ມີຄວາມສົນໃຈທາງດ້ານ ອຸດສາຫະກໍາ ການຜະລິດ ພະລັງງານສະອາດທີ່ມີຊື່ສຽງທີ່ຈະເຂົ້າມາລົງທືນພາຍໃນປະເທດ, ເປັນການສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ກັບປະຊາຊົນ, ເພີ່ມລາຍຮັບຈາກພາສີ, ແລະ ຍັງມີຄວາມສົມດຸນ ແລະ ພຽງພໍທາງດ້ານພະລັງງານອີກດ້ວຍ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ