ກອງປະຊຸມປຶກສາຫາລືື ແບ່ງຂັ້ນຄຸ້ມຄອງ ວຽກງານສົ່ງເສີມ ແລະ ປະຢັດພະລັງງານ ຢູ່ແຂວງ ອຸດົມໄຊ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ17 ກໍລະກົດ 2024 ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ. ມີຮອງຫົວໜ້າພະແນກ, ຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະເໜີຮ່າງຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານ ສົ່ງເສີມ ແລະ ປະຢັດພະລັງງານ ເຊິ່ງປະກອບມີ: ວຽກງານສົ່ງເສີມ, ການອະນຸລັກ ແລະ ປະຢັດພະລັງງານ; ວຽກງານສົ່ງເສີມພະລັງງານສະອາດ (ການນໍາໃຊ້ລົດໄຟຟ້າ ພ້ອມດ້ວຍສະຖານີສາກ) ແລະ ວຽກງານສົ່ງເສີມພະລັງງານຊີວະມວນ ໄດ້ແກ່: ເຕົາປະຢັດພະລັງງານ, ນໍ້າມັນເຊື້ອໄຟຊິວະພາບ, ແກ໊ສຊິວະພາບ ລະຫວ່າງ ສູນກາງ (ກົມສົ່ງເສີມ ແລະ ປະຢັດພະລັງງານ) ແລະ ທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ).

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ, ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ມີປະສິດທິຜົນ. ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະ ປະເທດຊາດ. ການແບ່ງຂັ້ນຄຸ້ມຄອງ ວຽກງານສົ່ງເສີມ ແລະ ປະຢັດພະລັງງານ ເປົ້າໝາຍຕົ້ນຕໍ່ ກໍ່ເພື່ອແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ, ການຄຸ້ມຄອງ ແລະ ການບໍລິຫານ ພະລັງງານທົດແທນຢູ່ໃນ ສປປລາວ ເວົ້າລວມ, ເວົ້າສະເພາະຢູ່ໃນແຂວງອຸດົມໄຊ ມີປະສິດທິພາບ ແລະ ປະສິດທິຜົນຕາມແຜນການຄຸ້ມຄອງວຽກງານ ປະຢັດພະລັງງານ.

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ປວະເສີດ
Website: www.mem.gov.la
ສາຍດ່ວນ: 1506