ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈຳກັດ ສຶກສາຄວາມເປັນໄປໄດ້ແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ

           ພິທີເຊັນສັນຍາຮ່ວມມື ລະຫວ່າງ ສອງຝ່າຍໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 8 ພຶດສະພາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ6 ກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ປອ ຄຳຫຼ້າ ນາກຄະວົງ ຜູ້ອຳນວຍການບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

          ຈຸດປະສົງຂອງໂຄງການ ເພື່ອສືກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫຼືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ. ການດຳເນີນການສືກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນີກ, ການວິເຄາະທາງດ້ານເສດຖະກິດ-ການເງີນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫຼ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖີງ ແລະ ການພັດທະນາພື້ນຖານໂຄງລ່າງເພື່ອນຳໃຊ້ລົດໄຟຟ້າ ໃນການຂົນຂີ້ເຫຍື້ອໃນບັນດາແຂວງ ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ເພື່ອແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ເພື່ອຈຳກັດຂີ້ເຫຍື້ອໃຫ້ເປັນສູນໃນແຕ່ລະວັນ. ການດຳເນີນການຮ່ວມມືການສຶກສາຄັ້ງນີ້ຈະເປັນຂໍ້ມູນໃຫ້ແກ່ພາກລັດການວາງແຜນ, ບໍລິຫານ, ກຳຈັດ ຂີ້ເຫຍື້ອ ໃນອານາຄົດ ແລະ ສ້າງເປັນໂຄງການຕົວແບບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ, ຊ່ວຍຫຼຸດຜ່ອນການລົງທຶນຂອງພາກລັດ, ເຮັດໃຫ້ພະນັກງານລັດຖະກອນຂອງລັດໄດ້ຮັບການປັບປຸງຄວາມສາມາດດ້ານວິຊາການ ກ່ຽວກັບວຽກງານດັ່ງກ່າວ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ