ກອງປະຊຸມ ເປີດກວ້າງປຶກສາຫາລື ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ

           ຕອນເຊົ້າວັນທີ 12 ທັນວາ 2024 ທີ່ຫ້ອງປະຊຸມຂອງໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ເປີດກວ້າງປຶກສາຫາລື ໃນການຈັດຕັ້ງປະຕິບັດ ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ ຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນໂທ ມີລັດຕະນະແພງ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ໂດຍມີຜູ້ເຂົ້າຮ່ວມຈາກກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ບັນດາອົງການ, ສະມາຄົມ ແລະ ຜູ້ປະກອບການດ້ານລົດຍົນ ແລະ ຕູ້ສາກລົດໄຟຟ້າ ເຂົ້າຮ່ວມ 50 ກວ່າທ່ານ. ໂດຍການຊ່ວຍເຫຼືອ ຈາກອົງການສາກົນເພື່ອການພັດທະນາຂອງປະເທດສະຫະລັດອາເມລິການ (USAID).

           ທ່ານຫົວໜ້າກົມ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ຄ່າກະແສນິຍົມ ຂອງການຫັນປຽນການນໍາໃຊ້ລົດໄຟຟ້າໃນທົ່ວໂລກມີແນວໂນ້ມ ເຕີບໂຕຢ່າງໄວວາ ເປັນຕົ້ນ: ສປ ຈີນ, ກຸ່ມປະເທດ ຢູໂຣບ ແລະ ສະຫະລັດອາເມລິກາ ພ້ອມທັງມີການ ອອກນະໂຍບາຍ ແລະ ການກໍານົດເປົ້າຫມາຍຢ່າງຊັດເຈນໃນການຫັນໄປສູ່ການນໍາໃຊ້ລົດໄຟຟ້າ. ບາງປະເທດໄດ້ອອກມາດຕະການສະຫນັບສະຫນຸນ ພ້ອມທັງແຮງຈູງໃຈ ຢ່າງແຜ່ຫຼາຍເຊັ່ນ: ປະເທດນໍເວ, ໄອສແລນ, ສິງກະໂປ ແລະ ຣາຊາອານາຈັກອັງກິດ ເປັນຕົ້ນ. ເຊິ່ງໃນປີ 2030 ໄດ້ຕັ້ງເປົ້າຫມາຍລົດທີ່ຈະ ອອກຂາຍໃຫມ່ສູ່ຕະຫຼາດຈະຕ້ອງເປັນລົດໄຟຟ້າ PHEV, BEV ເທົ່ານັ້ນ. ສໍາລັບ ປະເທດຍິປຸ່ນ ແລະ ສປ. ຈີນ ແມ່ນໄດ້ຕັ້ງເປົ້າຫມາຍໃນປີ 2035.

          ສໍາລັບ ສປປ ລາວ, ໂດຍອີງໃສ່ ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດ ສໍາລັບຂະແໜງຄົມມະນາຄົມ-ຂົນສົ່ງ ໄດ້ວາງເປົ້າຫມາຍສູ້ຊົນຮອດປີ 2025 ການນຳໃຊ້ລົດໄຟຟ້າໃຫ້ໄດ້ ປະມານ 20,000 ຄັນ ຫລື 1% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 50 ສະຖານີ ທີ່ມີຫົວ ສາກ 5 ຕູ້ຂື້ນໄປ. ຍຸດທະສາດຮອດປີ 2030 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 550,000 ຄັນ ຫລື 30% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 100 ສະຖານີ ທີ່ມີຕູ້ສາກ 5 ຕູ້ຂື້ນໄປ. ນອກຈາກນັ້ນ, ອີງໃສ່ແຜນງານແຫ່ງຊາດເພື່ອການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ (NDC), ໂດຍສະເລ່ຍໃຫ້ຫຼຸດຜ່ອນການປ່ອຍ CO2 ໃຫ້ໄດ້ 30,000 tCO2e ຕໍ່ ປີ ຈາກປີ 2020 ຫາ 2030.

           ໂດຍອີງໃສ່ສະພາບຂອງການຜັນຜວນຂອງເງີນຕາຕ່າງປະເທດ ແລະ ລາຄາຂອງນໍ້າມັນເຊື້ອໄຟ ມີລັກສະນະເພີ່ມຂື້ນຕໍ່ເນື່ອງ. ເພື່ອຫາວິທີການແກ້ໄຂບັນຫາທີ່ເກີດຂື້ນ ລັດຖະບານຈຶ່ງໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ສະບັບເລກ ທີ 08/ລບ, ລົງວັນທີ 04 ຕຸລາ 2021. ໂດຍມີທິດຊີ້ນຳ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງຂອດປະສານງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນໍາໃຊ້ລົດໄຟຟ້າໃນ ສປປ ລາວ ແລະ ມອບໃຫ້ແຕ່ ລະຂະແໜງການກ່ຽວຂ້ອງຜັນຂະຫຍາຍມະຕິ ອອກເປັນລະບຽບການ, ຂໍ້ກໍານົດ ຫລື ແຈ້ງການ ສະເພາະເພື່ອເປັນບ່ອນອີງອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ, ສົ່ງເສີມວຽກງານດັ່ງກ່າວ ໃຫ້ກັບພາກລັດ ແລະ ພາກເອກຊົນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

          ໃນເບື້ອງພາກລັດ ກໍ່ໄດ້ມີການຫັນປ່ຽນນໍາໃຊ້ລົດນໍ້າມັນມາເປັນລົດໄຟຟ້າ ໂດຍເລີ່ມຈາກລົດຮັບໃຊ້ບໍລິຫານການນໍາຂັ້ນສູງກ່ອນໃນໄລຍະເລີ່ມຕົ້ນ ແລະ ຍັງຈະມີແຜນສືບຕໍ່ຕາມສໍານັກງານຂະແໜງການຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ໃນການຫັນປ່ຽນການນໍາໃຊ້ລົດໄຟຟ້າໃນຕໍ່ຫນ້າ. ສ່ວນໃນ ເບື້ອງຂອງສັງຄົມເຫັນໄດ້ວ່າມີຄວາມສົນໃຈ ແລະ ມີການຫັນມານໍາໃຊ້ລົດໄຟຟ້າທີ່ມີລັກສະນະເພີ່ມ ຂື້ນເລື່ອຍໆ.
          ໂດຍສະເພາະຢູ່ຕາມນະຄອນຫຼວງວຽງຈັນ ແລະ ຕົວເມືອງໃຫຍ່. ກໍໄດ້ມີການນໍາເຂົ້າລົດໄຟຟ້າ ເພື່ອມາຈໍາຫນ່າຍໃນ ສປປ ລາວ, ມາຮອດ ປັດຈຸບັນ ເດືອນ ມິຖຸນາ 2024 ມີຈຳນວນ ລົດໄຟຟ້າທັງຫມົດ 6,437 ຄັນ (ສະເພາະແຕ່ລົດໃຫຍ່ຍັງບໍ່ໄດ້ລວມຈຳນວນລົດຈັກ) ຖ້າທຽບໃສ່ຂໍ້ມູນປີ 2023 (ຈໍານວນ 4,631 ຄັນ) ເພີ່ມຂື້ນ 39,38% ແລະ ທຽບໃສ່ແຜນປີ 2025 ຈໍານວນ 20,000 ຄັນ) ສາມາດບັນລຸໄດ້ 32,18%, ສາມາດຫຼຸດຜ່ອນການນຳເຂົ້ານໍ້າມັນໄດ້ປະມານ 2,213,000 ລິດ ແລະ ຊ່ວຍຫລຸດຜ່ອນການປ່ອຍມົນລະຜິດ CO, ໄດ້ປະມານ 5,089,900 kg. ແລະ ນໍາໃຊ້ພະລັງງານໄຟຟ້າທັງຫມົດປະມານ 7,638,560 kWh ໃນນັ້ນ, ພາກທີ່ຢູ່ອາໃສກວມອັດຕາ ສ່ວນໃຫຍ່ປະມານ 5,132,730 kWh (67,19%) ແລະ ພາກສະຖານີສາກໄຟຟ້າປະມານ 2,505,830 kWh (32,80%). ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກໃບດຳເນີນກິດຈະການ ສະຖານີສາກໃຫ້ກັບບໍລິສັດເອກະຊົນ ແລະ ລັດວິສາຫະກິດແຕ່ປີ 2019-2024 ມີຈານວນ 26 ບໍລິສັດ ແລະ ມີຈຸດສາກລົດໄຟຟ້າທີ່ໄດ້ຕິດຕັ້ງແລ້ວຈໍານວນ 61 ຈຸດສາກ.

          ກອງປະຊຸມ ຍັງຈະໄດ້ຮັບຟັງ ການນຳສະເໜີ ກ່ຽວກັບ ຮ່າງ ແຜນດຳເນີນງານ ກ່ຽວກັບການຫັນໄປສູ່ການນຳໃຊ້ຍານພາຫະນະໄຟຟ້າ, ວິໄສທັດຮອດປີ 2030 (EV Roadmap); ຮັບຟັງການນໍາສະເໜີກ່ຽວກັບ ຮ່າງຂໍ້ຕົກລົງວ່າດ້ວຍ ສະຖານີສາກລົດໄຟຟ້າ; ການນຳສະເໜີການສຶກສາ ຜົນກະທົບກ່ຽວກັບ ລະບົບກຕາຂ່າຍໄຟຟ້າ (Grid impact) ແລະ ຂໍ້ແນະນຳ; ແລະ ປຶກສາຫາລື, ການຖອດຖອນບົດຮຽນໃນວຽກງານການສົ່ງເສີມການນຳໃຊ້, ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະທີ່ນຳໃຊ້ໄຟຟ້າ ແລະ ສະຖານີສາກ ໃນ ສປປ ລາວ ເພື່ອໃຫ້ບັນລຸເປົ້າໝາຍ 30% ໃນປີ 2030. ຕື່ມອີກ

ພາບ : ສົມສະນຸກ
ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506