ເພີ້ມທະວີການສົ່ງເສີມການປະຢັດພະລັງງານ ເພື່ອເສດຖະກິດທີ່ດີຂື້ນ

          ໃນລະຫວ່າງວັນທີ 23 ກຸມພາ 2023 ທີ່ຜ່ານມາ, ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ ຕາມພາລະບົດບາດຂອງກົມ ໃນການລົງຈັດກອງປະຂຸມເຜີຍແຜ່ ນະໂຍບາຍ, ດຳລັດ ແລະ ລະບຽບການກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານ ທີ່ແຂວງສະຫວັນນະເຂດ, ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຂອງທ່ານ ຄຳໝັ້ນ ສໍປະເສີດ, ຮອງຫົວໜ້າກົມ ສົ່ງເສິມ ແລະ ປະຢັດພະລັງງານ, ທ່ານ ບຸນລ້ວນ ລີໄຊຍະລາດ, ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່, ແລະ ທ່ານ ທຼິດສ໌ຕັນ ເບລລິງແຮມ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າ, ລັດຖະບານ ນິວຊີແລນ,, ທີ່ຫ້ອງປະຊຸມ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ. ພ້ອມນັ້ນ ຍັງມີບັນດາພະແນກ ອ້ອມຂ້າງທີ່ກ່ຽວຂ້ອງຂອງແຂວງ ແລະ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ແລະ ແຂວງສາລະວັນ ເຂົ້າຮ່ວມ.

          ທ່ານ ຄຳໝັ້ນ ໄດ້ກ່າວຕໍ່ກອງປະຊຸມວ່າ: ໃນນາມຕາງໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່. ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ກ່າວເປີດກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານ, ພ້ອມທັງລົງທັດສະນະສຶກສາຕົວຈິງ ເພື່ອເກັບກໍາຂໍ້ມູນການນໍາໃຊ້ພະລັງງານ ໃນອາຄານ ແລະ ໂຮງງານຄວບຄຸມ. ຈຸດປະສົງ : ກອງປະຊຸມໃນມື້ນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາວິທີກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານຢູ່ໃນໂຮງງານ, ອາຄານ ແລະ ຂະແໜງການສຶກສາ.

ຊຶ່ງໄດ້ເຜີຍແຜ່ໃນຫຼາຍຫົວຂໍ້ຄື: (1) ນຳສະເໜີ ນະໂຍບາຍ ແລະ ລັດຖະດຳລັດ ຂອງ ສປປ ລາວ ແລະ ໜ້າທີ່ຄວາມຮັບຜິດຊອບຂອງໂຮງງານ ແລະ ອາຄານຄວບຄຸມ; (2) ນຳສະເໜີ ກຽວກັບ ບົດຮຽນ ແລະ ການແບ່ງປັນປະສົບປະການຄຸ້ມຄອງພະລັງງານໃນໂຮງງານ ຈາກປະເທດ ຣາຊາອານາຈັກໄທ, ສ.ສ ຫວຽດນາມ ແລະ ຈາກປະເທດ ອິນເດຍ; (3) ການສ້າງຕົວຊີ້ວັດຂອງການນຳໃຊ້ພະລັງງານ ໃນຂະແໜງການຜະລິດ ແລະ ການບໍລິການ; (4) ນຳສະເໜີ ການເກັບກຳຂໍ້ມູນ, ຂອບເຂດ, ການວິເຄາະ, ການສັງລວມ, ການກວດສອບ ແລະ ການນຳໃຊ້ຂໍ້ມູນພະລັງງານສຳລັບການຄຸ້ມຄອງການຜະລິດ ແລະ ການບໍລິການ.

ໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານ ການປະຢັດ ແລະ ອະນຸລັກພະລັງງານ ຢູ່ໃນ ສປປ ລາວ ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ ແລະ ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາວິທີກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານຢູ່ໃນໂຮງງານ, ອາຄານ ແລະ ຂະແໜງການສຶກສາ.
 

          ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ ແລະ ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາ ວິທີກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານ ຢູ່ໃນໂຮງງານ, ອາຄານ ແລະ ຂະແໜງການສຶກສາ ໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ຈາກກະຊວງການຕ່າງປະເທດ ແລະ ການຄ້າ, ລັດຖະບານ ນິວຊີແລນ, ເພື່ອຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າດ້ານເຕັກນິກວິຊາການ ດ້ານການປະຢັດ ແລະ ອະນຸລັກພະລັງງານ ໂຄງການດັ່ງກ່າວນີ້ຍັງແມ່ນໜ້າວຽກໜຶ່ງໃນການຈັດຕັ້ງປະບັດວຽກງານທີ່ອໍານວຍຄວາມສະດວກທາງດ້ານພະລັງງານທົດແທນລະຫວ່າງ ສປປ ລາວ ແລະ ນິວຊີແລນ.

          ໂດຍລວມເຫັນວ່າ: ການຈັດກອງຊຸມຄັ້ງນີ້ ຈະເປັນການສ້າງໂອກາດທີ່ດີໃຫ້ກັບພະນັກງານ ແລະ ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມຮັບຟັງການເຜີຍແຜ່ຂອງທີມງານພວກເຮົາ ໃຫ້ມີຄວາມເຂົ້າໃຈ,, ເພື່ອນໍາເອົານໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ສົ່ງເສີມ ແລະ ປະຢັດພະລັງງານຂອງຕົນ ໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນພາຍຫຼັງເມື່ອໄດ້ຮຽນຮູ້ປະສົບການຈາກຊ່ຽວຊານທີ່ມີປະສົບການ, ຊື່ງມັນໄດ້ສະແດງໃຫ້ເຫັນວ່າ: ຈະໄດ້ມີການຖອດຖອນບົດຮຽນ, ຄວາມຮູ້ຄວາມສາມາດໃນການຈັດຕັ້ງ ແລະ ການຄຸ້ມຄອງ ກ່ຽວກັບ ວຽກງານພະລັງງານຢ່າງມີປະສິດທິພາບ ຮ່ວມກັບ ຊ່ຽວຊານຂອງນິວຊີແລນໃນລະດັບວິຊາການ, ນອກນີ້ຍັງເປັນບາດກ້າວສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ກັບ ສປປ ລາວ ແລະ ຍັງເປັນການກກະກຽມຄວາມພ້ອມດ້ານວຽກງານການສົ່ງເສີມ ແລະ ປະຢັດພະລັງງານຄືກັບບັນດາປະເທດໃນກຸ່ມອາຊຽນດ້ວຍກັນ.

ທ່ານ ຍັງໄດ້ເພີ້ມຕື່ມວ່າ ທ້າຍສຸດນີ້, ຂ້າພະເຈົ້າໃນນາມຕາງໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຂອບໃຈນໍາຊ່ຽວຊານ ແລະ ນັກສໍາມະນາກອນທຸກທ່ານທີ່ເສຍສະລະເວລາເຂົ້າຮ່ວມ ແລະ ຂໍອວຍພອນໃຫ້ການຈັດກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ຢ່າງສະຫງ່າງາມ.

ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ພາບ: ສົມສະນຸກ