ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການພັດທະນາຂອງປະເທດ ເນເທີແລນ ຈັດຕັ້ງປະຕິບັດໂຄງການ ສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ

          ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການ ສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າໂດຍກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ອົງການພັດທະນາຂອງປະເທດເນເທີແລນ (SNV) ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2024 ທີ່ ໂຮງແຮມລາວພລາຊາ. ລົງນາມຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ໂດຍທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ຝ່າຍອົງການພັດທະນາຂອງປະເທດເນເທີແລນ (SNV) ກ່ຽວກັບໂຄງການ ສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ ໃຫ້ກຽດເຊັນໂດຍ ທ່ານ ນາງ ແອນນາ ມຸດຕາ ຜູ້ອຳນວຍການອົງການພັດທະນາຂອງປະເທດເນເທີແລນ (SNV) ປະຈໍາ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ໂຍນ ເຊີບອກ ຜູ້ອຳນວຍການອົງການ GIZ ປະຈໍາ ສປປລາວ ພ້ອມດ້ວຍບັນດາທ່ານ ຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເປົ້າໝາຍ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໂຄງການສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ ໄດ້ຖືກຮັບຮອງ ແລະ ອະນຸມັດຮັບເອົາໂຄງການ ການສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ (Clean Cooking Promotion Project in Lao PDR) ຈາກກະຊວງການຕ່າງປະເທດ. ໃນໄລຍະຜ່ານມາທີມງານ ອົງການ SNV ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ກະກຽມ ບັນດາເອກະສານຕ່າງໆ ກ່ຽວກັບ ໂຄງການ ເປັນຕົ້ນ ບົດສະເໜີໂຄງການ, ຮ່າງບົດບັນທຶກຄວາມເຂົ້າໃຈ (MoU) ແລະ ໄດ້ປະສານສົມທົບກັບກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນການຮ່າງ MoU, ເຊິ່ງຮ່າງ MoU ໄດ້ ປະຕິບັດຕາມ ແບບຟອມ MoU ຕາມປຶ້ມຄູ່ມື ຂັ້ນຕອນໃນການອະນຸມັດການຮ່ວມມື ແລະ ການຈັດຕັ້ງປະຕິບັດ ໂຄງການຮ່ວມມື ກັບ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ຢູ່ ສປປ ລາວ (ຮ່າງ MoU ຄັດຕິດມາພ້ອມນີ້) ແລະ ສຳເລັດການຈັດກອງປະຊຸມປຶກສາຫາລືຜ່ານຮ່າງ MoU ດັ່ງກ່າວ ຈໍານວນ 2 ຄັ້ງ ໂດຍມີຜູ້ເຂົ້າຮ່ວມຈາກຂັ້ນສູນກາງ (ໃນ ນັ້ນມີຕາງໜ້າຈາກກົມອົງການຈັດຕັ້ງສາກົນເຂົ້າຮ່ວມ) ແລະ ຂະແໜງການທີ່ກ່ຽວຂ້ອງຈາກທ້ອງຖິ່ນ. ພ້ອມດຽວກັນນັ້ນ . ບັນດາແຂວງເປົ້າໝາຍກໍ່ໄດ້ອອກໜັງສືຮັບຮອງ ວ່າດ້ວຍການຮັບຮອງເອົາໂຄງການສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ຢູ່ ສປປ ລາວ.

ໂຄງການ ສົ່ງເສີມການນໍາໃຊ້ເຕົາປະຢັດ ແລະ ພະລັງງານສະອາດ ໃນ ສປປ ລາວ ເປັນໂຄງການຮ່ວມມືເພື່ອສ້າງຄວາມອາດສາມາດໃຫ້ກັບທ້ອງຖິ່ນ ໃນການສົ່ງເສີມການນໍາໃຊ້ເຕົາປະຢັດ ພະລັງງານສະອາດ ໃນການປຸງແຕ່ງອາຫານ ເຊິ່ງອົງການ SNV ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນພັດທະນາພະລັງງານ ຫລື EnDev ຂອງລັດຖະບານ ເຢຍລະມັນ ມີເປົ້າໝາຍຈັດຕັ້ງປະຕິບັດຢູ່ 5 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506