
ກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງຂໍ້ຕົກລົງຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານສົ່ງເສີມ ແລະ ປະຢັດພະລັງງານ ເຊິ່ງປະກອບມີ: ວຽກງານສົ່ງເສີມ, ການອະນຸລັກ ແລະ ປະຢັດພະລັງງານ; ວຽກງານສົ່ງເສີມພະລັງງານສະອາດ ແລະ ວຽກງານສົ່ງເສີມພະລັງງານຊີວະມວນ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2024 ນີ້, ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດ ພະລັງງານ ແລະ ທ່ານ ປອ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ ແຮ່ ນະຄອນຫຼວງວຽງຈັນ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານຂອງສອງຝ່າຍເຂົ້າຮ່ວມ.

ພາຍຫຼັງໄດ້ຮັບການສະເໜີຮ່າງເນື້ອໃນຂໍ້ຕົກລົງແຕ່ລະສະບັບແລ້ວ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄວາມເຫັນຮ່ວມກັນ ເພື່ອເຮັດໃຫ້ເນື້ອໃນຮ່າງຂໍ້ຕົກລົງແຕ່ລະສະບັບສົມບູນ, ຊັດເຈນ, ຈະແຈ້ງ ແລະ ທັງຮັບປະກັນມີຄວາມສອດຄ່ອງກັບກົດໝາຍ, ລະບຽບການຂອງລັດວາງອອກ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການພັດທະນາ, ການຄຸ້ມຄອງ ແລະ ການບໍລິຫານ ພະລັງງານທົດແທນຢູ່ໃນນະຄອນຫຼວງວຽງຈັນ ມີປະສິດທິພາບ, ມີປະສິດທິຜົນ.

ນະຄອນຫຼວງວຽງຈັນ ກໍ່ເປັນແຂວງໜຶ່ງ ທີ່ມີທ່າແຮງຫຼາຍດ້ານໃນການພັດທະນາພະລັງງານທົດແທນ ເປັນຕົ້ນແມ່ນ: ພະລັງງານຈາກລົມ, ພະລັງງານແສງແດດ, ພະລັງງານຈາກພືດ, ພະລັງງານຊີວະມວນ ແລະ ຸພະລັງງານອື່ນໆ ເພື່ອນຳມາໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນ.
ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506