ລາວ-ອົດສະຕາລີ ຮ່ວມມືກັນສ້າງພະລັງງານທົດແທນເຂົ້າສູ່ການດໍາເນີນງານ ແລະ ກະຕຸ້ນການເຊື່ອມໂຍງແບບໃໝ່ ໃນ ສປປລາວ

          ຂໍ້ມູນດັ່ງກ່າວໄດ້ຖືກຍົກຂຶ້ນໃນງານສຳມະນາ ເພື່ອສະເຫຼີມສະຫຼອງວັນພະລັງງານທົດແທນສາກົນ ເຊິ່ງຈັດຂຶ້ນໃນວັນທີ 20 ພຶດສະພາ 2024 ທີ່ຜ່ານມາຢູ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມກ່າງເປີດງານຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນ ປະເທດອົດສະຕາລີ, ສະຖານທູດ ອົດສະຕາລີ ປະຈຳ ສປປລາວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປລາວ ເຂົ້າຮ່ວມ 140 ກວ່າທ່ານ.

ໃນງານດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮ່ວມກັນສົນທະນາປຶກສາຫາລືກ່ຽວກັບ ໂອກາດທາງດ້ານເຕັກໂນໂລຊີ ແລະ ເສດຖະກິດ, ນອກຈາກນີ້, ຍັງເປັນການຮັບຟັງບັນດາຄໍາຄິດເຫັນຈາກຂະແໜງການພາກເອກະຊົນກ່ຽວກັບແນວຄວາມຄິດໃໝ່, ປຶກສາຫາລືເຖິງວິທີການໃນການເພີ່ມການລົງທຶນ ແລະ ສັງລວມຄໍາຄິດເຫັນຕ່າງໆທີ່ຫຼາກຫຼາຍກ່ຽວກັບບົດບາດຂອງແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດໃນການຫັນປ່ຽນພະລັງງານ.

ງານສຳມະນາຄັ້ງນີ້, ຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດອົດສະຕາລີປະຈໍາ ສປປ ລາວ ແລະ ດໍາເນີນງານໂດຍ ອົງການ EnergyLab, ຄູ່ຮ່ວມມືສໍາລັບການພັດທະນາພື້ນຖານໂຄງລ່າງ ແລະ AustCham. ເປັນງານທີ່ມີການນໍາສະເໜີບັນຫາຕ່າງໆຈາກຜູ້ຊ່ຽວຊານຫຼາຍທ່ານ, ຊຶ່ງລວມເຖິງ ສະຖາບັນ CSIRO ອົດສະຕາລີ ແລະ ມະຫາວິທະຍາໄລແຫ່ງຊາດອົດສະຕາລີ. ບັນດາທຸລະກິດພາຍໃນຂອງ ສປປ ລາວ ໄດ້ກ່າວເຖິງບັນດາວາລະໂອກາດ ແລະ ສິ່ງທີ່ເປັນຄວາມທ້າທາຍຂອງຂະແໜງການພາກເອກະຊົນທາງດ້ານພະລັງງານສະອາດ ແລະ ຜູ້ຊ່ຽວຊານຕ່າງປະເທດເຊັ່ນວ່າ: ອົງການການເງິນສາກົນ (IFC) ແລະ Global Green Growth Initiative ໄດ້ປຶກສາຫາລືເຖິງທາງເລືອກໃນການເພີ່ມການເຂົ້າເຖິງແຫຼ່ງເງິນທຶນ. “ພະລັງງານທົດແທນ ແມ່ນໂອກາດທອງສໍາລັບ ສປປ ລາວ ໃນການສ້າງວຽກເຮັດງານທໍາ, ການລົງທຶນໃໝ່ ແລະ ໂອກາດໃນການສົ່ງອອກໃໝ່”, ຕາມຄໍາກ່າວຂອງທ່ານ ແດນ ເຮລດັນ, ຮອງເອກອັກຄະລັດຖະທູດອົດສະຕາລີປະຈໍາ ສປປ ລາວ.

ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ກ່າວວ່າ: ການເພີ່ມທ່າແຮງທາງດ້ານພະລັງງານທົດແທນຈະກໍ່ໃຫ້ເກີດປະໂຫຍດສູງສຸດໃນລັກສະນະທີ່ເທົ່າທຽມ ແລະ ວ່ອງໄວ ຊຶ່ງຮຽກຮ້ອງຄວາມຮ່ວມມືຢ່າງເລິກເຊິ່ງລະຫວ່າງຂະແໜງການພາກລັດ, ຄູ່ຮ່ວມມືພັດທະນາ, ບັນດາຊຸມຊົນ ແລະ ຂະແໜງການພາກເອກະຊົນ ແລະ ນັ້ນແມ່ນສິ່ງທີ່ພວກເຮົາກໍານົດເປົ້າໝາຍທີ່ຈະປະຕິບັດໂດຍຜ່ານງານການປະຊຸມໃນຄັ້ງນີ້. ນອກຈາກນີ້, ງານການປະຊຸມຍັງໄດ້ເນັ້ນຍໍ້າເຖິງວ່າ ສປປ ລາວ ຖ່າຍທອດການປ່ຽນຜ່ານທາງດ້ານພະລັງງານຢ່າງຄອບຄຸມໄດ້ຄືແນວໃດ ແລະ ຍັງໄດ້ປຶກສາຫາລືເຖິງໂອກາດໃນການເສີມສ້າງຄວາມທະເຍີທະຍານດັ່ງກ່າວອີກດ້ວຍ. “ພະລັງງານທົດແທນ ສາມາດຊ່ວຍສະໜອງແຫຼ່ງລາຍຮັບໃໝ່, ປົດລ໊ອກໂອກາດທາງດ້ານທຸລະກິດໃໝ່ ແລະ ມອບໂອກາດໃນການມີວຽກເຮັດງານທໍາໃຫ້ແກ່ໄວໜຸ່ມຍິງຊາຍ ແລະ ແມ່ຍິງ ແລະ ສິ່ງທີ່ສໍາຄັນເປັນຢ່າງຍິ່ງ ແມ່ນຄວາມເປັນທໍາ ແລະ ຄວາມສາມາດໃນການຟື້ນຕົວ ທີ່ເປັນໝາກຫົວໃຈສໍາຄັນຂອງການປ່ຽນຜ່ານທາງດ້ານພະລັງງານ”, ດັ່ງທີ່ ທ່ານ Dean Rizzetti, ຜູ້ອໍານວຍການຝ່າຍນະໂຍບາຍຂອງອົງການ EnergyLab ໄດ້ກ່າວໄວ້. 

ທ່ານ David Ormsby, ກໍາມະການບໍລິຫານຂອງອົງການ AustCham Lao ໄດ້ກ່າວວ່າ: “ຜູ້ຊະນະລາງວັນພະລັງງານສະອາດ (Clean Energy Awards) ໄດ້ສະແດງໃຫ້ເຫັນວ່າ: ທຸລະກິດຕ່າງໆນໍາໃຊ້ພະລັງງານທົດແທນ ເພື່ອປັບປຸງຜົນໄດ້ຮັບສໍາລັບທຸລະກິດໃນ ສປປ ລາວ ແລະ ຊາວລາວຄືແນວໃດ”. LOCA ແອັບບໍລິການລົດແທັກຊີໃນທ້ອງຖິ່ນ ໄດ້ຮັບລາງວັນເຕັກໂນໂລຊີພະລັງງານສະອາດຈາກ ຜົນສໍາເລັດໃນການນໍາໃຊ້ແອັບເພື່ອເພີ່ມການໃຊ້ງານລົດໄຟຟ້າໃນ ສປປ ລາວ ແລະ ຊ່ວຍສ້າງເຄືອຂ່າຍການສາກລົດໄຟຟ້າ. ອົງການ SNV ໄດ້ຮັບລາງວັນພະລັງງານແບບມີສ່ວນຮ່ວມ (Inclusive Energy Award) ສໍາລັບແຜນງານເຕົາປຸງແຕ່ງອາຫານທີ່ສະອາດ, ແຜນງານຂອງອົງການ SNV ມີວັດຖຸປະສົງເປົ້າໝາຍເພື່ອຂັບເຄື່ອນການນໍາເອົາເຕັກໂນໂລຊີການປຸງແຕ່ງອາຫານທີ່ສະອາດມາປະຍຸກໃຊ້ໃນ ສປປ ລາວ, ໂດຍມີເປົ້າໝາຍເພື່ອໃຫ້ເຂົ້າເຖິງຜູ້ຄົນ 600,000 ຄົນ ດ້ວຍແນວທາງການປຸງແຕ່ງອາຫານທີ່ສະອາດ ແລະ ມີຄວາມຍືນຍົງພາຍໃນເດືອນທັນວາ 2025. ນອກຈາກນີ້, ໂຮງແຮມ MyBanLao ຍັງໄດ້ຮັບການຍ້ອງຍໍລາງວັນຮອງຊະນະເລີດດ້ານເຕັກໂນໂລຊີພະລັງງານສະອາດ, ໂດຍເນັ້ນຍໍ້າເຖິງຜົນສໍາເລັດໃນການບຸກເບີກດ້ານການນໍາໃຊ້ພະລັງງານແສງຕາເວັນທີ່ໂຮງແຮມຂອງພວກເຂົາໃນແຂວງຫຼວງພະບາງ. 

ພາບ ແລະ ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506