ກອງປະຊຸມຄະນະໜ່ວຍງານປະສານງານ ແລະ ແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດຕົວຈີງໃນການຫັນໄປສູ່ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ

          ໃນລະຫວ່າງວັນທີ 16-17 ມັງກອນ 2023 ທີ່ ໂຮງແຮມ ອໍາມະລີ, ເມືອງ ວັງວຽງ, ແຂວງ ວຽງຈັນ. ກົມ ສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຄະນະໜ່ວຍງານປະສານງານ ແລະ ແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ຮ່ວມກັບ ອົງການ USAID ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນຂະແໜງພະລັງງານຢູ່ ສປປ ລາວ ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຫຸມແພງ ເທື້ອມບຸນມີ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ. ໂດຍມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມເປັນຕົ້ນແມ່ນ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່. 

          ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງແຕ່ລະພາກສ່ວນທີ່ກ່ຽວກັບການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ຕາມພາລະບົດບາດຂອງແຕ່ລະກະຊວງ ການຈັດຕັ້ງປະຕິບັດວຽກງານລົດໄຟຟ້າໂດຍສະເພາະການສ້າງແຜນງານໃນການຈັດຕັ້ງປະຕິບັດມະຕິ 08/ລບ ໃຫ້ບັນລຸໄປຕາມຈຸດປະສົງແລະເປົ້າໝາຍທີ່ວາງໄວ້.

          ພ້ອມກັນນີ້ ທີ່ປະຊຸມຍັງໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນ ແລະ ແລກປ່ຽນບາງຂໍ້ມູນ ໂດຍສະເພາະຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ລວມທັງບັນຫາທີ່ພາກເອກະຊົນ ແລະ ສັງຄົມມີຄວາມສົນໃຈ, ມາດຕະການໃນການແກ້ໄຂ ແລະ ວາງແຜນຈັດຕັ້ງປະຕິບັດໃນປີ 2023; ແລກປ່ຽນບົດຮຽນການສຶກສາລະບົບການປ່ຽນຖ່າຍໝໍ້ໄຟສໍາລັບລົດຈັກໄຟຟ້າຢູ່ ສປປ ລາວ ຈາກສະຖາບັນເຕີບໂຕສີຂຽວ(GGGI) ແລະ ໄດ້ປຶກສາຫາລືກັບ ທ່ານ ແລນໂດ້ ນອດຕິງແຮມ ຫົວໜ້າແຜນງານໂຄງການຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ເພື່ອສ້າງແຜນດໍາເນີນງານໃນການຈັດຕັ້ງປະຕິບັດມັດຕິ 08/ລບ.

ໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້ຄືການນໍາໃຊ້ລົດໄຟຟ້າກວມເອົາ1% ໃນປີ 2025 ແລະກວມ 30% ໃນປີ2030 ແລະ ການຂະຫຍາຍສະຖານີສາກທີ່ມີຫົວສາກ 5ຕູ້ຂຶ້ນໄປ ໃຫ້ໄດ້ 50ສະຖານີ ໃນປີ 2025 ແລະຫຼາຍກວ່າ 100ສະຖານີໃນປີ 2030.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້: ຄຳແສງ ແກ້ວປະເສີດ