ກອງປະຊຸມຄະນະກຳມະການຊີ້ນຳວຽກງານໃນການຮ່າງຍຸດທະສາດພະລັງງານໄຮໂດຼເຈນ ແລະ ແອມໂມເນຍຂຽວ ຢູ່ໃນ ສປປ ລາວ.

ໃນວັນທີ 08 ພຶດສະພາ 2024 ທີ່ຜ່ານມາ ໄດ້ຈັດເປີດກອງປະຊຸມການປືກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດຂອງການຫັນປ່ຽນພະລັງງານໄປສູ່ການນຳໃຊ້ພະລັງງານ, ຮ່າງຍຸດທະສາດ ແລະ ແຜນນຳທາງ (Roadmap) ພະລັງງານໄຮໂດຼເຈນ ແລະ ແອມໂມເນຍຂຽວ ຢູ່ໃນ ສປປ ລາວ. ໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Dan Heldon ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປລາວ ມີທີມງານໂຄງການຈາກ ສະຖາບັນພາກພື້ນແມ່ນ້ຳຂອງເພື່ອອານາຄົດ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການຊີ້ນຳວຽກງານໃນການຮ່າງຍຸດທະສາດພະລັງງານ ໄຮໂດຼເຈນ ແລະ ແອມໂມເນຍ ຂຽວໃນ ສປປ ລາວ. ທີ່ໃຫ້ການສະໜັບສະໜູນຈາກ ສະຖາບັນພາກພື້ນແມ່ນຂອງເພື່ອອານາຄົດ ຂອງປະເທດ ອອດສະເຕຼເລຍ. ເຊີ່ງເປັນໂຄງການທີ່ໄດ້ມີຄວາມສຶກສາຄວາມເປັນໄປໄດ້ຂອງການພັດທະນາພະລັງງານສະອາດທີ່ສາມາດມີການຫັນປ່ຽນພະລັງງານໄປສູ່ການນຳໃຊ້ພະລັງງານທີ່ເປັນມິດກັບສີ່ງແວດລ້ອມ ແລະ ເປັນພະລັງງານທາງເລືອກໜື່ງໃນອານາຄົດ.

ໃນປັດຈຸບັນນີ້, ພວກເຮົາຖືໄດ້ວ່າ: ແມ່ນຢູ່ໃນຍຸກຂອງການຫັນປ່ຽນເປັນພະລັງງານສີຂຽວ (GX: Green Transformation), ແລະ ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ, ເພື່ອການກ້າວເຂົ້າໄປສູ່ຂອງສັງ ຄົມທີ່ມີການຫຼຸດຜ່ອນການປ່ອຍທາດອາຍອາບອນ (Decarbonized). ທີ່ເກີດຂື້ນຈາກນຳໃຊ້ນໍ້າມັນເຊື້ອໄຟ ເຊັ່ນ: ຟອດຊິວ, ອາຍແກ໊ສທໍາມະຊາດ ແລະ ຖ່ານຫີນ, ເຊິ່ງເປັນທີ່ນິຍົມກັນໃຊ້ຢ່າງແພ່ຫຼາຍໃນທົ່ວໂລກ. ສຳລັບ ສປປ ລາວ. ອີງຕາມຂໍ້ມູນໃນປີ 2023 ໄດ້ມີການນໍາເຂົ້ານ້ຳມັນເຊື້ອໄຟປະມານ 1,611 ລ້ານລິດ, ເປັນມູນຄ່າຫຼາຍລ້ານໂດລາສະຫະລັດ ເມື່ອທຽບເປັນເປີເຊັນແມ່ນ 100% ແລະ ການນໍາເຂົ້າປຸຍເຄມີຈາກຕ່າງປະເທດ ໃນປີ 2022 ປະມານ 450 ລ້ານໂດລາສະຫະລັດ ເພີ່ມຂື້ນປະມານ 4 ເທື່ອເມື່ອທຽບໃສ່ປີ 2020. ເຊີ່ງມັນສະແດງໃຫ້ເຫັນການນຳເຂົ້າຂອງ ປະເທດລາວເຮົາແມ່ນມີການເພີ່ມຂື້ນທຸກປີ. ສະນັ້ນ, ເພື່ອເປັນການຫຼຸດຜ່ອນປະລິມານຂອງການນຳເຂົ້າເຫັນວ່າ: ສປປ ລາວ ເຮົາກໍ່ມີທ່າແຮງທາງດ້ານສັກກະຍະພາບໃນການຜະລິດພະລັງງານຫຼາຍດ້ານເປັນຕົ້ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ເປັນຊັບພະຍາກອນທາງທຳມະຊາດ ສາມາດນໍາໃຊ້ພະລັງງານດັ່ງກ່າວສ້າງເປັນອຸດສາຫະກຳຮູບແບບໃໝ່ຂອງການຫັນ ປ່ຽນມາເປັນພະລັງງານທາງເລືອກໜື່ງເຊັ່ນ: ການຜະລິດເປັນພະລັງງານໄຮໂດຼເຈນ ແລະ ແອມໂມເນຍຂຽວ, ເພື່ອເປັນການສົ່ງອອກ ແລະ ທົດແທນການນໍາໃຊ້ພະລັງງານຈາກ Fossil Fuel.