ໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ສຳເລັດການດຳເນີນກອງປະຊຸມກາງສະໄໝ ຂອງຕົນ

             ໃນຕອນເຊົ້າຂອງວັນທີ່ 20 ມີຖຸນາ 2023 ຢູ່ທີຫ້ອງປະຊຸມຂອງກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ເປີດກອງປະຊຸມກາງສະໄໝ ຂອງຕົນຂື້ນ, ໜ່ວຍພັກກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມກາງສະໄໝຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ເປັນປະທານຊີ້ນຳຕໍ່ກອງປະຊຸມ ໃນຄັ້ງນີ້ ໂດຍໄດ້ນຳເອົາຄວາມເປັນຫວ່ງເປັນໃຍອັນອົບອຸ່ນ ແລະ ຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຢ່າງໃກ້ສິດ ຂອງຄະນະພັກກະຊວງ ຕໍ່ພະລັງງານ ແລະ ບໍ່ແຮ່ ມາສູ່ກອງປະຊຸມ ກາງສະໄໜ ໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ໃນຄັ້ງນີ້ ຢ່າງສຸດອົກສຸດໃຈ !, ເຊິ່ງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຈັນໂທ ມີລັດຕະນະແພງ, ກຳມະການພັກກະຊວງ, ເລຂາໜ່ວຍພັກກົມ, ມີຄະນະໜ່ວຍພັກ, ສະມາຊິກພັກຂອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ເພື່ອກະກຽມກອງປະຊຸມກາງສະໄໜໃນຄັ້ງນີ້ ໜ່ວຍພັກພວກເຮົາ ໄດ້ສ້າງຫຼາຍຂະບວນການ ເປັນຕົ້ນແມ່ນເປີດບັ້ນດຳເນີນຊີວິດການເມືອງ ໄດ້ເຜີຍແຜ່ເອກະສານ ທີ່ສຳຄັນຂອງພັກ ປະກອບມີຄື:
1) ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມກາງສະໄໝຂອງ ຄະນະບໍລິຫານງານພັກແຕ່ລະຂັ້ນ ສະບັບເລກທີີ 268/ຄລສພ, ລົງວັນທີ 20/01/2023;
2) ຄໍາແນະນໍາ ຂອງ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ສະບັບເລທີ 25/ຄຈສພ, ລົງວັນທີ 24/01/2023;
3) ຄໍາແນະນໍາ ຂອງ ຄະນະກວດກາສູນກາງພັກ ກ່ຽວກັບການກະດຳເນີນຊີວິດການເມືອງກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023;
4) ແຈ້ງການ ຂອງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ກ່ຽວກັບ ກະກຽມກອງປະຊຸມຄົບຄະນະກາງສະໄໝ ທີ່ III ຂອງຄະນະບໍລິຫານງານພັກກະຊວງ ສະບັບເລກທີ 0512/ຄພ.ພບ/ກຈພ, ລົງວັນທີ 19 ພຶດສະພາ 2023.
5) ມັດຕິວ່າດ້ວຍ ມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 030/ກມສພ, ລົງວັນທີ່ 3 ມັງກອນ 2018.

          ກອງປະຊຸມກາງສະໄໜ ຂອງ ໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ໄຂຂືຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ ແລະ ທົ່ວປວງຊົນລາວ ບັນດາເຜົ່າ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ່ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ IX (2021-2025) ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໃນທາມກາງທີ່ທຸກພາກສ່ວນສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) ໃຫ້ປະກົດຜົນເປັນຈິງ.
          ໃນການກະກຽມ ກອງປະຊຸມໄດ້ມີການ ແຕ່ງຕັ້ງອະນຸກຳມະການ ຕ່າງໆ ເພື່ອຮັບຜິດຊອບລະອຽດ ແລະ 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ໄດ້ເຂົ້າຮ່ວມການເຄື່ອນໄຫວ ທຸກຂະບວນການ ແລະ ບັນດາກິດຈະກຳທີ່ທາງກະຊວງ ຂື້ຶນຢ່າງຕັ້ງໜ້າ, ໄດ້ປະກອບຄຳຄິດຄຳເຫັນ ຕໍ່ຮ່າງບົດລາຍງານ ກາງສະໄໜຂອງໜ່ວຍພັກ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກຢ່າງລະອຽດ, ພ້ອມກັນນັ້ນ, ກໍ່ໄດ້ສ້າງຂະບວນການຕ່າງໆ ອັນໄດ້ສ້າງເງື່ອນໄຂຄວາມພ້ອມ ໃຫ້ແກ່ການຈັດກອງປະຊຸມກາງສະໄໜ ຂອງ ໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ໃນຄັ້ງນີ້. 

ທ່ານ ເລຂາໜ່ວຍພັກ ຂອງກົມສົ່ງເສີມ ແລະ ປະຢັດພະລັງງານ ກໍ່ໄດ້ລາຍງານ ບົດສະຫຼຸບກາງສະໄໜ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ເພື່ອສະຫຼຸບຕີລາຄາ ຜົນງານການນຳພາ-ຊີ້ນຳ ແລະ ການເຄື່ອນໄຫວ ວຽກງານໃນໄລຍະ ກາງສະໄໜຜ່ານມາ ແລະ ສະເໜີທິດທາງແຜນການເຄື່ອນໄຫວ ວຽກງານໃນຕໍ່ໜ້າຂອງໜ່ວຍພັກ; ພ້ອມດຽວກັນນັ້ນ ກໍ່ຈະໄດ້ມີການຜ່ານບົດສຳຫຼວດ ບຸກຄົນໃນຄະນະໜ່ວຍພັກ; ພ້ອມກັນນີ້, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປະທານ ກອງປະຊຸມ ເພື່ອເປັນເຂັ້ມຊີ້ທິດເຍືອງທາງໃຫ້ ໜ່ວຍພັກພວກເຮົາ ໃນການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຂອງໜ່ວຍພັກໃຫ້ປະກົດຜົນເປັນຈິງ.
ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້ ກອງປະຊຸມກາງສະໄໜ ຂອງໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຮັບກຽດຢ່າງສູງ ແລະ ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ສະຫາຍ ປອ ສີນາວາ ສຸພານຸວົງ, ຄະນະປະຈຳພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ເປັນປະທານຊີ້ນຳຕໍ່ກອງປະຊຸມ ໃນຄັ້ງນີ້ ໂດຍໄດ້ນຳເອົາຄວາມເປັນຫວ່ງເປັນໃຍອັນອົບອຸ່ນ ແລະ ຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຢ່າງໃກ້ສິດ ຂອງຄະນະພັກກະຊວງ ຕໍ່ພະລັງງານ ແລະ ບໍ່ແຮ່ ມາສູ່ກອງປະຊຸມ ກາງສະໄໜ ໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ໃນຄັ້ງນີ້ ຢ່າງສຸດອົກສຸດໃຈ !
ຂ່າວ : ກົມສົ່ງເສີມ ແລະ ປະຢັດພະລັງງານ
ພາບ: ສົມສະນຸກ