ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການສ້າງລະບົບກວດສອບ, ຢັ້ງຢືນມາດຕະຖານ ແລະ ກາໝາຍປະສິດທິພາບພະລັງງານ ສຳລັບ ເຄື່ອງປັບອາກາດ ໃນ ສປປ ລາວ Post author:mem admin Post published:12/11/2024 Post category:ກົມສົ່ງເສີມ ແລະ ປະຢັດພະລັງງານ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 07 ພະຈິກ 2024, ຢູ່ຫ້ອງປະຊຸມຂອງໂຮງແຮມ ສຸພັດຕາ,ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທ່ານ Young Soo Jung ເອກອັກຄະລະສະທູດ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍ ຫົວໜ້າກົມ, ຮອງກົມ, ຫົວໜ້າອົງການພະລັງງານ ສ. ເກົາຫຼີ, ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ 30 ກວ່າທ່ານ. ຈຸດປະສົງຫຼັກຂອງກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດໂຄງການສ້າງລະບົບກວດສອບ, ຢັ້ງຢືນມາດຕະຖານ ແລະ ກາໝາຍປະສິດທິພາບພະລັງງານ ສຳລັບ ເຄື່ອງປັບອາກາດ ໃນ ສປປ ລາວ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານ ສ. ເກົາຫຼີ ໃນໄລຍະ ປີ 2022-2024. ທ່ານ ຮອງລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ວ່າ: ການຈັດຕັ້ງປະຕິບັດໂຄງການ ຖືໄດ້ວ່າເປັນບາດກ້າວໜຶ່ງທີ່ສຳຄັນໃນການ ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ ໂດຍສະເພາະແມ່ນສົ່ງເສີມການໃຊ້ ອຸປະກອນໄຟຟ້າ ທີ່ມີປະສິດທິພາບ. ໂຄງການແມ່ນເນັ້ນໃສ່ ການສ້າງລະບົບກວດສອບ, ຢັ້ງຢືນມາດຕະຖານ ແລະ ກາໝາຍປະສິດທິພາບ ພະລັງງານ ສຳລັບເຄື່ອງປັບອາກາດ ເພື່ອໃຫ້ຜູ້ບໍລິໂພກເລືອກຊື້-ເລືອກໃຊ້ອຸປະກອນທີ່ມີຄຸນນະພາບ ແລະ ປະຢັດຄ່າໄຟ. ໂຄງການຍັງໄດ້ຊ່ວຍໃຫ້ຄຳແນະນຳທາງດ້ານນະໂຍບາຍ, ການສ້າງຄວາມອາດສາມາດໃຫ້ພະນັກງານຂອງລາວໂດຍ ການທັດສະນະສຶກສາ ແລະ ຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ ແລະ ຖ່າຍທອດຄວາມຮູ້ດ້ານວິຊາການຈາກຊ່ຽວຊານ ຂອງ ສ. ເກົາຫຼີ. ທ່ານ ຮອງລັດຖະມົນຕີ ຖືໂອກາດນີ້, ຕາງໜ້າຄະນະນຳ ກະຊວງພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານ ສ. ເກົາຫຼີ ຜ່ານທາງສະຖານທູດ ສ. ເກົາຫຼີ ທີ່ໄດ້ເຂົ້າມາຮ່ວມໃນມື້ນີ້ ທີ່ໃຫ້ຊ່ວຍເຫລືອທາງດ້ານງົບປະມານ ແລະ ວິຊາການ ແກ່ ສປປ ລາວ ພວກເຮົາ ໂດຍຜ່ານອົງການພະລັງງານ ສ. ເກົາຫຼີ ແລະ ຊ່ຽວຊານຈາກ ສະຖາບັນກວດສອບ ແລະ ຢັ້ງຢືນມາດຕະຖານ ສ. ເກົາຫຼີ ທີ່ໄດ້ ທຸມເທ, ສະລະເວລາ ແລະ ເຫື່ອແຮງ ເຮັດໃຫ້ໂຄງການໄດ້ຮັບຜົນສຳເລັດ ທີ່ມີຄຸນຄ່າອັນສຳຄັນ ຕໍ່ ສປປ ລາວ ຕື່ມອີກ. ພາບ ແລະ ຂ່າວ: ສົມສະນຸກຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມ ແລະ ປະຢັດພະລັງງານ ປຶກສາຫາລື ກ່ຽວກັບການແບ່ງຂັ້ນຄຸ້ມຄອງວຽກງານສົ່ງເສີມ ແລະ ປະຢັດພະລັງງານ 04/06/2024 ຈະເລີ່ມຕົ້ນສໍາຫຼວດການຜະລິດໄຮໂດຼເຈນ ແລະ ອາໂມເນຍສີຂຽວ ຢູ່ ສປປລາວ 28/12/2022 ກອງປະຊຸມ ເປີດກວ້າງປຶກສາຫາລື ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ 05/02/2025
ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມ ແລະ ປະຢັດພະລັງງານ ປຶກສາຫາລື ກ່ຽວກັບການແບ່ງຂັ້ນຄຸ້ມຄອງວຽກງານສົ່ງເສີມ ແລະ ປະຢັດພະລັງງານ 04/06/2024
ກອງປະຊຸມ ເປີດກວ້າງປຶກສາຫາລື ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ 05/02/2025