ທ່ານ ລັດຖະມົນຕີ ເນັ້ນໃຫ້ ກົມສົ່ງເສີມ ແລະ ປະຢັດພະລັງງານ (ກປພ) ເອົາໃຈໃສ່ 4 ວຽກງານໃຫຍ່ ເພື່ອບັນລຸຄາດໝາຍທີ່ວາງໄວ້

          ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບປີ 2023, ທິດທາງ ປີ2024; ກອງປະຊຸມເຜີຍແຜ່, ສ້າງນິຕິກໍາ ແລະ ຖອດຖອນບົດຮຽນ ວຽກງານສົ່ງເສີມ ແລະ ປະຢັດພະລັງງານ ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 4-6 ມີນາ 2024 ທີ່ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານສົ່ງເສີມ ແລະ ປະຢັດພະລັງງານ ຫຼາຍບັນຫາເພື່ອເປັນບ່ອນອີງໃນການຕໍຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ແລະ ທັງຮັບປະກັນໃຫ້ການສົ່ງເສີມການຊົມໃຊ້ພະລັງງານສະອາດຢູ່ ໃນ ສປປລາວ ມີການຂະຫຍາຍຕົວຢ່າງກວ້າງຂວາງ.
ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ອີງຕາມພາລະບົດບາດຂອງ ກົມສົ່ງເສີມ ແລະ ປະຢັດພະລັງງານ ມີໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນຂົງເຂດວຽກງານສົ່ງເສີມພະລັງງານສະອາດ, ນະວັດຕະກຳເຕັກໂນໂລຊີພະລັງງານໃໝ່, ລົດໄຟຟ້າພ້ອມສະຖານີສາກ, ການອະນຸລັກ ແລະ ປະຢັດພະລັງງານ, ການພັດທະນາໄຟຟ້າຊົນນະບົດໃນເຂດທີ່ຕາຂ່າຍໄຟຟ້າໄປບໍ່ເຖິ່ງ, ພະລັງງານຊີວະມວນ ແລະ ຄຸ້ມຄອງກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ ໃນຂອບເຂດທົ່ວປະເທດ. ສະນັ້ນ, ເພື່ອເປັນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ປະຢັດພະລັງງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ຂ້າພະເຈົ້າ ຂໍເນັ້ນໜັກບາງຈຸດຕື່ມ ດັ່ງນີ້:

1. ສືບຕໍ່ແບ່ງຄວາມຮັບຜິດຊອບ, ແບ່ງສິດ, ແບ່ງຂັ້ນຄຸ້ມຄອງ ຂະແໜງ ພະລັງງານ ແລະ ບໍ່ແຮ່ ລະຫວ່າງ ກົມ ແລະ ທ້ອງຖິ່ນ ຢ່າງພາວະວິໄສ, ຢ່າງກົມກຽມ ມີການສົມທົບ, ໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ເປັນຕົ້ນແມ່ນ: ວຽກງານການສົ່ງເສີມການນຳໃຊ້ພະລັງງານສະອາດ ເພື່ອກຸ້ມຕົນເອງດ້ານພະລັງງານ, ການຈັດຕັ້ງປະຕິບັດນະໂຍບາຍໃນການນຳໃຊ້ລົດໄຟຟ້າ ແລະ ສະຖານີສາກລົດໄຟຟ້າ; ວຽກງານການສົ່ງເສີມ ແລະ ປະຢັດພະລັງງານ; ວຽກງານການສົ່ງເສີມການນຳໃຊ້ພະລັງງານຊີວະມວນ ແລະ ວຽກງານອື່ນໆ.
ຊຶ່ງວຽກງານດັ່ງກ່າວນີ້ ແມ່ນຈະຕ້ອງໄດ້ເຮັດອອກມາເປັນກົນໄກ, ເອກະສານນິຕິກຳ ແລະ ຂໍ້ແນະນຳ ທີ່ຮັບປະກັນຄວາມເຂົ້າໃຈອັນຖືກຕ້ອງໃນການປະຕິບັດ ເພື່ອເປັນຂໍ້ຕົກລົງຂອງກະຊວງຢ່າງຄັກແນ່, ພ້ອມດຽວກັນນັ້ນ ຈຳເປັນຕ້ອງໄດ້ມີການດຳເນີນການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ.

2. ຊຸກຍູ້ສົ່ງເສີມການນຳໃຊ້ລົດໄຟຟ້າໃນບັນດາຫົວໜ່ວຍທຸລະກິດ ເປັນຕົ້ນ ຂົງເຂດອຸດສາຫະກຳ, ພາກທຸລະກິດທົ່ວໄປ, ເລັ່ງສົ່ງເສີມຂະຫຍາຍສະຖານີປະຈຸໄຟຟ້າ ແລະ ພາກຂົນສົ່ງຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.
3. ເລັ່ງການພັດທະນາບັນດາເອກະສານນິຕິກຳ, ກົນໄກ, ຍຸດທະສາດ ເພື່ອສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ ໃນຂະແໜງພະລັງງານ, ພະລັງງານໄຮໂດຣເຈນ ອອກເປັນອັນລະອຽດ.
4. ພັດທະນາດ້ານບຸກຄະລາກອນຂອງກົມ ໃຫ້ມີຄຸນນະພາບ ສາມາດຮັບປະກັນການຄຸ້ມຄອງທີ່ມີປະສິດຕິພາບ ກ້າວສູ່ຄວາມເປັນມືອາຊີບ.

ກອງປະຊຸມຄັ້ງນີ້, ນອກຈາກຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ລັດຖະມົນຕີແລ້ວ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານສົ່ງເສີມ ແລະ ປະຢັດພະລັງງານຕື່ມອີກ.

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506