ນິວຊີແລ້ນ ສະໜັບສະໜູນໂຄງການປະຢັດ ແລະ ອະນຸລັກພະລັງງານ ໃນ ສປປ ລາວ

          ໃນວັນທີ 12 ພຶດສະພາ 2023 ນີ້, ທີ່ຫ້ອງປະຊຸມ ໂຮງແຮມລາວເທວ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລື ຂອງຄະນະໜ່ວຍງານວິຊາການດ້ານການປະຢັດ ແລະ ອະນຸລັກພະລັງງານໃນ ສປປ ລາວ ກອງປະຊຸມໄດ້ດໍາເນີນເປັນເວລາ 1ວັນເຕັມ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ Tristan Bellingham ຫົວໜ້າຫ້ອງການອຳນວຍຄວາມສະດວກດ້ານພະລັງງານທົດແທນ ລະຫວ່າງ ສປປ ລາວ ແລະ ນິວຊີແລນ.

          ກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອ ປຶກສາຫາລື ກ່ຽວກັບກອບໜ້າວຽກ ຂອງຄະນະໜ່ວຍງານວິຊາການດ້ານການປະຢັດ ແລະ ອະນຸລັກພະລັງງານ, ຄວາມເຂົ້າໃຈກ່ຽວກັບ ບັນດາເອກະສານ ແລະ ການສ້າງຮ່າງເອກະສານນິຕິກຳ, ແຜນວຽກ ແລະ ການກຳນົດຍຸດທະສາດ ກ່ຽວກັບການຈັດຕັ້ງປະຕິບັດການປະຢັດ ແລະ ອະນຸລັກພະລັງງານ. ກອງປະຊຸມຄັ້ງນີ້ ແມ່ນໄດ້ເຕົ້າໂຮມເອົາພາກສ່ວນກ່ຽວຂ້ອງມາພົບປະກັນ ເພື່ອແລກປ່ຽນຄວາມຄິດເຫັນ ໂດຍຜ່ານການສົມທົບກັນລະຫວ່າງພາກສ່ວນກ່ຽວຂ້ອງຈາກຫຼາຍຂະແໜງການທີ່ມີການພົວພັນກັນເພື່ອສືບຕໍ່ພັດທະນາການປະຕິບັດວຽກງານຂອງຄະນະໜ່ວຍງານວິຊາການ ໃຫ້ດີຂື້ນກ່ວາເກົ່າ ໂດຍໄດ້ມີການກໍານົດກອບໜ້າວຽກ (TOR) ໜ່ວຍງານວິຊາການ EE&C ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ແລະ ການຄ້າ (MFAT) ຂອງ ປະເທດ ນິວຊີແລນ ພາຍໃຕ້ໂຄງການອໍານວຍສະດວກ ດ້ານພະລັງງານທົດແທນ.

          ທ່ານ ຄໍາໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຕາງໜ້າ ລັດຖະບານ, ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ລັດຖະບານ ນີວຊີແລນ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານເຕັກນິກວິຊາການໃນວຽກງານດັ່ງກ່າວ. ສິ່ງສໍາຄັນທີ່ສຸດແມ່ນການຄໍ້າປະກັນວຽກງານດ້ານພະລັງງານ ແລະ ການພັດທະນາເສດຖະກິດ-ສັງຄົມ ສໍາລັບທຸກຄົນ ໂດຍຜ່ານການຈັດຕັ້ງປະຕິບັດແຜນດໍາເນີນງານໂດຍຜ່ານການປັບປຸງການປະຢັດພະລັງງານ ດ້ວຍວິທີການທີ່ທັນສະໄໝ ໃນການຊົມໃຊ້ພະລັງງານ ຢູ່ໃນຊີວິດປະຈໍາວັນຂອງພວກເຮົາ, ຫຼື ດ້ວຍການແນະນໍາ ວິທີການ ແລະ ເຕັກໂນໂລຊີ ທີ່ມີປະສິດທິພາບ ຢູ່ໃນພາກອຸດສາຫະກໍາ ແລະ ການບໍລິການ. ເຊິ່ງໃນປະຈຸບັນ ລັດຖະບານ ຈະໄດ້ມີແຜນຊຸກຍູ້ໃຫ້ບັນດາໂຮງງານ ແລະ ອາຄານທີ່ມີເງື່ອນໄຂຄົບຖ້ວນໃນການນໍາໃຊ້ພະລັງງານ ລວມເຖິງການຜະລິດພະລັງງານໃຊ້ເອງ ເພື່ອສົ່ງເຂົ້າຊິງລາງວັນ ອາຊຽນອາວອດໃນປີ 2024 ຈະມາເຖິງນີ້.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ