ສ້າງຄວາມເຂັ້ມແຂງ ກ່ຽວກັບມາດຖານການຕິດຕັ້ງ ແລະ ຄຸ້ມຄອງສະຖານີສາກລົດໄຟຟ້າ Post author:mem admin Post published:07/08/2024 Post category:ກົມສົ່ງເສີມ ແລະ ປະຢັດພະລັງງານ ສປປ ລາວ, ຄືກັນກັບຫຼາຍປະເທດໃນໂລກ ທີ່ຈະໄດ້ຮຽນຮູ້ກ່ຽວກັບການມາດຖານການຕິດຕັ້ງ ແລະ ຄຸ້ມຄອງສະຖານີສາກລົດໄຟຟ້າ. ສປປ ລາວ ໄດ້ສ້າງ ແລະ ຮັບຮອງ ຂໍ້ຕົກລົງການຄຸ້ມຄອງທຸລະກິດສະຖານີສາກ ແລະ ຂໍ້ກໍານົດການຕິດຕັ້ງສະຖານີສາກສາທາລະນະ ແລະ ການສາກທີ່ຢູ່ອາໄສ. ໃນການສ້າງຂໍ້ກໍານົດເຫຼົ່ານີ້ແມ່ນອີງໃສ່ຄວາມຕ້ອງການເພື່ອເປັນການສົ່ງເສີມການນໍາໃຊ້ລົດໄຟຟ້າ ຢູ່ ສ ປປ ລາວ ນີ້ກໍເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສອດຄ່ອງສໍາລັບຜູ້ບໍລິໂພກ. ເຖີງຢ່າງໃດກໍ່ຕາມ, ສ ປປ ລາວ ກໍຍັງມີຄວາມທ້າທ້າຍດ້ານປະສົບການໃນການທົດສອບ ແລະ ການກວດສອບຄວາມຖືກຕ້ອງຂອງເຕັກໂນໂລຊີສະຖານີສາກ. ດັ່ງນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ ໄດ້ເຂົ້າຮ່ວມກັນສ້າງຂີດຄວາມອາດສາມາດ ໃນການທົດສອບ ແລະ ກວດສອບຄຸນນະພາບສະຖານີສາກໄຟລົດໄຟຟ້າ ເປັນເວລາ 05 ວັນ ທີ່ບາງກອກ ປະເທດ ໃນວັນທີ 8 ຫາ 12 ກໍລະກົດ 2024 ໃນການອົບຮົມຄັ້ງນີ້ແມ່ນໄດ້ຮັບ ການສະໝັບສະໜູນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 05 ທ່ານ ຈາກກົມສົ່ງເສີມ ແລະ ປະຢັດພະລັງງານ 02 ທ່ານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ 01 ທ່ານ ພ້ອມດ້ວຍ ລັດວິສາຫະກິດໄຟຟ້າລາວ 02 ທ່ານ. ພາຍຫລັງ ຈາກການອົບຮົມໃນຄັ້ງນີ້ ຈະໄດ້ມີການຖ່າຍທອດຄວາມຮູ້ໃຫ້ວິຊາການ ຢູ່ ສປປ ລາວ. ພາບ ແລະ ຂ່າວ: ກົມສົງເສີມ ແລະ ປະຢັດພະລັງງານWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈຳກັດ ສຶກສາຄວາມເປັນໄປໄດ້ແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ 15/05/2023 ການຮ່ວມມືດ້ານພະລັງງານ ນິວເຄຼຍ ເພື່ອສັນຕິ 08/06/2022 ກອງປະຊຸມ ເປີດກວ້າງປຶກສາຫາລື ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ 05/02/2025
ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈຳກັດ ສຶກສາຄວາມເປັນໄປໄດ້ແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ 15/05/2023
ກອງປະຊຸມ ເປີດກວ້າງປຶກສາຫາລື ວຽກງານທີ່ຕິດພັນກັບມະຕີ 08/ລບ ວ່າດ້ວຍການຮັບຮອງ ແລະ ປະກາດນະໂຍບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ 05/02/2025