ສົ່ງເສີມການປະຢັດພະລັງງານ ໃນໂຮງງານ ແລະ ອາຄານຄວບຄຸມ

          ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ທີ່ຜ່ານມາ, ທ່ານ ຄໍາໝັ້ນ ສໍປະເສີດ, ຮອງຫົວໜ້າກົມ ສົ່ງເສິມ ແລະ ປະຢັດພະລັງງານ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ລົງສຸກຍູ້ວຽກງານວິຊາສະເພາະ ຕາມພາລະບົດບາດຂອງກົມ ໃນການລົງໄປຢ້ຽມຢາມໂຮງງານ ນ້ຳຕານມິດລາວ, ທີ່ເມືອງໄຊບູລີ, ແຂວງສະຫວັນນະເຂດ. ໂດຍໄດ້ຮັບການຕ້ອນຮັບຈາກ ຄະນະອຳນວຍການ ບໍລິສັດ ມິດລາວ ຈຳກັດ ພ້ອມພະນັກງານ ຂອງບໍລິສັດ ຕ້ອນຮັບ.

        ທ່ານ ຄຳໝັ້ນ ໄດ້ກ່າວຕື່ມວ່າ: ຈຸດປະສົງ ຂອງການລົງມາທັດສະນະສຶກສາໃນຄັ້ງນີ້ ກໍ່ເປັນຄັ້ງທຳອິດທີ່ໄດ້ລົງມາຢ້ຽມຢາມໂຮງງານໃນຄັ້ງນີ້ ແລະ ເພື່ອເປັນການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານການປະຢັດ ແລະ ອະນຸລັກພະລັງງານຢູ່ໃນທຸກຂະແໜງການ ເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການເຜີຍແຜ່ຄວາມຮູ້ແນະນໍາວິທີກ່ຽວກັບ ການປະຢັດ ແລະ ອະນຸລັກພະລັງງານຢູ່ໃນໂຮງງານ, ອາຄານຄວບຄຸມ ແລະ ຂະແໜງການສຶກສາ.

          ທ່ານ ປຣະສົງ ອຳນວຍການ ບໍລິສັດ ມິດລາວ ຈຳກັດ ໄດ້ກ່າວຕອນຮັບ ພ້ອມທັງລາຍງານ ການຈັດຕັ້ງປະຕິບັດຂອງໂຮງງານ ໃນການຈັດຕັ້ງປະຕິບັດກິດຈະການໃນການຜະລິດນ້ຳຕານ ເມັດ ແລະ ການປູກອ້ອຍ, ບໍລິສັດ ໄດ້ຮັບສັນຍາສຳປະທານ (MOU) ໃນປິ 2006 ໃນເນື້ອທີ່ສຳປະທານ 10.000 ha ໃນເຂດເມືອງ ໄຊບູລີ ແລະ ບັນດາເມືອງໃກ້ຄຽງ, ມີກຳລັງການຜະລິດນ້ຳຕານ ສະເລ່ຍ 75.000-77.000 ໂຕນ/ປີ. ໂດຍໄດ້ຄັດເລືອກແນວພັນອ້ອຍ ຫຼາຍຊະນິດ ທີ່ມີຄວາມສົມບູນທາງດ້ານແນວພັນ ເຊັ່ນ: ພັນຂອນແກ່ນ, ພັນ 618 ແລະ ພັນອື່ນໆ. ໂຮງງານມີພະນັກງານຄົນລາວກວດເອົາ 305 ອັດຕາ ໃນນັ້ນ ພະນັກງານຄົນໄທ ທີ່ມີຕຳແໜ່ງບໍລິຫານ ກວດເອົາ 5% ແລະ ພະນັກງານຈ້າງບາງເວລາ 140 ອັດຕາ. ຊຶ່ງລະດູການເກັບກ່ຽວຜົນຜະລິດແມ່ນເລີ້ມແຕ່ຕົ້ນເດືອນ 12 ຫາ ເດືອນ 3 ຂອງປີຖັດໄປ. ບໍລິສັດ ຍັງໄດ້ສົ່ງເສີມໃຫ້ຊາວກະສິກຳທີ່ມີດິນໃນຂອບເຂດອ້ອມຂ້າງໂຮງງານ ປູກອ້ອຍເພື່ອປ້ອນເຂົ້າໂຮງງານ, ພ້ອມນັ້ນ, ຍັງໄດ້ສົ່ງເສີມ ໃນການຫັນມາປູກພຶດ ຖົ່ວດິນ ທົດແທນພື້ນທີ່ປູກອ້ອຍຫຼັງການເກັບກ່ຽວຜົນຜະລິດ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນຊາວກະສິກຳ ເພີ້ມຕື່ມ. 

ດ້ານການນຳໃຊ້ພະລັງງານໄຟຟ້າໃນໂຮງງານ: ໂດຍສ່ວນຫຼາຍແລ້ວໂຮງງານແມ່ນຜະລິດພະລັງງານໄຟຟ້າ ເພື່ອປ້ອນເຂົ້າໂຮງງານເປັນສ່ວນໃຫຍ່, ຊຶ່ງມີກຳລັງຕິດຕັ້ງທັງໝົດ 14 ຫາ16 MW ລວມມີ 4 Unit ແລະ ໃນນັ້ນກໍ່ໄດ້ນຳໃຊ້ພະລັງງານໄຟຟ້າຈາກລະບົບຂອງ ໄຟຟ້າລາວ ຈຳນວນໜຶ່ງ ເພື່ອເປັນການສົມດຸນ ແລະ ການແລກປ່ຽນພະລັງງານ, ໃນນັ້ນຈະແບ່ງອອກເປັນ 2 ສ່ວນດັ່ງນີ້, 6-7 MW ແມ່ນນຳໃຊ້ໃນໂຮງງານ ແລະ 8 MW ແມ່ນໄດ້ຂາຍເຂົ້າລະບົບ ຂອງໄຟຟ້າລາວ.

ທ່ານ ຄຳໝັ້ນ ຍັງໄດ້ເພີ້ມຕື່ມວ່າ: ຂ້າພະເຈົ້າໃນນາມຕາງໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຂອບໃຈ ຄະນະອຳນວຍການ ແລະ ພະນັກງານທຸກທ່ານທີ່ເສຍສະລະເວລາຕ້ອນຮັບ ແລະ ນຳພາຄະນະເຂົ້າຢ້ຽມຊົມໂຮງງານ ພ້ອມທັງໃຫ້ຂໍ້ມູນທີ່ດີແກ່ຄະນະ, ແລະ ຂໍອວຍພອນໃຫ້ຄະນະອຳນວຍການ ແລະ ການດຳເນີນທຸລະກິດ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ມີຜົນກຳໄລໃນການຂາຍນ້ຳຕານ ຂື້ນເລື້ອຍໆ ຕື່ມອີກ.

ພາບ-ຂ່າວ ສົມສະນຸກ