ຈະເລີ່ມຕົ້ນສໍາຫຼວດການຜະລິດໄຮໂດຼເຈນ ແລະ ອາໂມເນຍສີຂຽວ ຢູ່ ສປປລາວ

          ໃນວັນທີ 15 ທັນວາ 2022 ນີ້, ຢູ່ໂຮງແຮມແລນມາກ ກົມສົ່ງເສີມແລະປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມດ້ວຍ ອົງການຮ່ວມມືດ້ານໂຄງລ່າງ ລາວ-ອອສເຕຼເລຍ ແລະ ສະຖາບັນພັດທະາພາກພື້ນແມ່ນໍ້າຂອງ ໄດ້ຈັດກອງປະຊຸມລິເລີ່ມໂຄງການເພື່ອສໍາຫຼວດໂອກາດຂອງການຜະລິດໄຮໂດຼເຈນ ແລະ ອາໂມເນຍສີຂຽວ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຈອນ ເວີດ ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ, ມີຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສູນກາງເຂົ້າຮ່ວມ.

          ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືບົດບາດຄວາມຫຼາກຫຼາຍຂອງທາດ ໄຮໂດຼເຈນ ແລະ ອາໂມເນຍ ເພື່ອເປັນທ່າແຮງໃນການຜະລິດນໍ້າມັນເຊື້ອໄຟ ແລະ ໄຟຟ້າ ເພື່ອຫຼຸດຕົ້ນທຶນໃນການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ. ໃນນັ້ນທ່າແຮງຂອງໄຮໂດຼເຈນ ແລະ ອາໂມເນຍໃນລາວມີການວາງແຜນແລະການປ່ອຍອາຍພິດຂຶ້ນສູ່ຊັ້ນບັນຍາກາກຂອງໂລກ, ການຫັນປ່ຽນກະແສໄຟຟ້າໂດຍລົດການປ່ອຍມົນລະພິດ, ການຫັນປ່ຽນຂອງຝຸ່ນກາກບອນ ແລະ ການທົດແທນການນໍາເຂົ້າຫົວເຊື້ອຂອງຝຸ່ນກາກບອນ, ການຫັນປ່ຽນການຂົນສົ່ງເພື່ອລົດມົນລະພິດ, ທ່າແຮງຂອງ ໄຮໂດຼເຈນ ແລະ ອາໂມເນຍ ຫັນເປັນນໍ້າມັນເຊື້ອໄຟທີ່ເປັນກາງຂອງກາກບອນເພື່ອນໍາໃຊ້ເປັນນໍ້າມັນກາຊວນໃຊ້ກັບ

ຍານພາຫະນະ ແລະ ໂຮງງານ. ມີຄວາມຫຼາກຫຼາຍທາງດ້ານເສດຖະກິດ ແລະ ຄວາມກ້າວໜ້າເປັນຕົ້ນແມ່ນການພັດທະນາແຫ່ງຊາດຂອງອຸດສາຫະກໍາໄຮໂດຼເຈນ ແລະ ອາໂມເນຍ ທີ່ກ່ຽວຂ້ອງ, ການສົ່ງອອກທີ່ມີມູນຄ່າສູງ ການທົດແທນການນໍາເຂົ້າ ແລະ ນໍ້າມັນເຊື້ອໄຟ-ພະລັງງານແບບພໍພຽງ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້: ຄຳແສງ ແກ້ວປະເສີດ