
ໃນວັນທີ 06 ສິງຫາ 2024 ທີ່ຫ້ອງປະຊຸມ ຊັ້ນ 6 ຕຶກ 2, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດ ໄຟຟ້າ ດອນສະໂຮງ ຈຳກັດ ຮ່ວມລົງນາມເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ (MOC) ໂຄງການຕິດຕັ້ງໄຟຟ້າແສງຕາເວັນ ຂະໜາດກຳລັງຕິດຕັ້ງ 1 ເມກາວັດ ໂດຍມີຈຸດປະສົງຜະລິດພະລັງງານໄຟຟ້າ ເພື່ອສະໜອງການຊົມໃຊ້ໃນຂອບເຂດບໍລິເວນພາຍໃນເຂື່ອນໄຟຟ້າດອນສະໂຮງ, ຢູ່ເມືອງໂຂງ ແຂວງ ຈໍາປາສັກ. ຕາງໜ້າ ກະຊວງ ພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ທ່ານ ປອ ອານຸສັກ ພົງສະຫວັດ ວ່າການຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ແລະ ຕາງໜ້າ ບໍລິສັດ ໄຟຟ້າ ດອນສະໂຮງ ຈຳກັດ ລົງນາມໂດຍ ທ່ານ ໄຊສະນະ ທອງຄຳຈັນ ຮອງປະທານບໍລິສັດ ໄຟຟ້າ ດອນສະໂຮງ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີພິຍານຂອງ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

