ຂະແໜງພະລັງງານ ແລະ ບໍ່ແຮ່ ຍົກສູງບົດບາດຍິງ-ຊາຍ ໃນການຫັນປ່ຽນພະລັງງານທົດແທນ ຢູ່ ສປປ ລາວ

          ລະຫວ່າງວັນທີ 1-2 ກໍລະກົດ 2024 ຜ່ານມານີ, ຢູ່ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບ ອົງການ Oxfam ປະຈຳ ສປປ ລາວ ກ່ຽວກັບ ການຄົ້ນຄວ້າດ້ານບົດບາດຍິງ-ຊາຍ ໃນການຫັນປ່ຽນພະລັງງານທົດແທນ ຢູ່ ສປປ ລາວ ໂດຍເປັນປະທານຮ່ວມ ຂອງ ທ່ານ ຄໍາໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທັດສະພອນ ບຸດສະລິງ ຜູ້ອຳນວຍການ Oxfam ປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມ ຕາງໜ້າ ຈາກບັນດາກົມ, ກະຊວງ, ອົງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ 35 ທ່ານ.

          ໃນວາລະການດຳເນີນກອງປະຊຸມທັງສອງມື້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນ, ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບສະພາບການຂອງ ການຫັນປ່ຽນພະລັງງານທົດແທນ ໃນປະເທດລາວ ແລະ ວາງແນວທາງ ເພື່ອບັນລຸຕາມຍຸດທະສາດການຈັດຕັ້ງປະຕິບັດບົດບາດ ຍິງ-ຊາຍ ເຂົ້າໃນການຫັນປ່ຽນພະລັງງານທົດແທນ ຢູ່ ສປປລາວ; ການຮ່ວມມືກັນສ້າງຍຸດທະສາດ ແລະ ແຜນປະຕິບັດງານ ທີ່ຊັດເຈນເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃຫ້ເຂົ້າເຖິງໂອກາດຄວາມສະເໝີພາບ ໃນຄວາມພະຍາຍາມຫັນປ່ຽນພະລັງານທົດແທນຂອງ ສປປ ລາວ; ການແກ້ໄຂສິ່ງກີດຂວາງສະເພາະກ່ຽວກັບສະພາບການ ໃນການແກ້ໄຂບັນດາ ສະພາບການທີ່ເປັນອຸປະສັກ ສຳຄັນ ທີ່ຂັດຂວາງການມີສ່ວນຮ່ວມ ຂອງແມ່ຍິງໃນຂະແໜງພະລັງງານ ຂອງ ສປປ ລາວ , ນຳໃຊ້ການສຶກສາ ກ່ຽວກັບບົດຍິງ-ຊາຍ ໃນການຫັນປ່ຽນພະລັງງານທົດແທນ.

ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506