ກອງປະຊຸມ ປຶກສາຫາລື ການຈັດຕັ້ງປະຕິບັດວຽກງານ ການປະຢັດ ແລະ ອະນຸລັກ ພະລັງງານ ໃນພາກອຸດສາຫະກຳ

          ຕອນເຊົ້າວັນທີ 20 ພະຈິກ 2024, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດວຽກງານການປະຢັດ ແລະ ອະນຸລັກ ພະລັງງານ ໃນພາກອຸດສາຫະກຳ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄຳໝັ້ນ ສໍປະເສີດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ຜູ້ຕາງໜ້າຈາກໂຮງງານເຂົ້າຮ່ວມຢ່າງພ້ອມພຽງ.

         ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ໃນການຈັດຕັ້ງປະຕິບັດວຽກງານ ການປະຢັດ ແລະ ອະນຸລັກພະລັງງານ ໃນພາກອຸດສາຫະກຳໃຫ້ມີຄວາມເຂົ້າໃຈເປັນຕົ້ນແມ່ນ ການທໍາຄວາມເຂົ້າໃຈ ກ່ຽວກັບ ບັນດານິຕິກໍາ ເອກະສານທີ່ກ່ຽວຂ້ອງ, ການບັນທຶກ ເກັບກຳ, ວິເຄາະຂໍ້ມູນ ການນໍາໃຊ້ພະລັງງານດັ່ງກ່າວ ແລະ ການກໍານົດຍຸດທະສາດ ກ່ຽວກັບການຈັດຕັ້ງປະຕິບັດ ການປະຢັດ ແລະ ອະນຸລັກພະລັງງານ ກອງປະຊຸມຄັ້ງນີ້ ແມ່ນໄດ້ເຕົ້າໂຮມເອົາພາກສ່ວນກ່ຽວຂ້ອງມາພົບປະກັນ ເພື່ອແລກປ່ຽນຄວາມຄິດເຫັນ ໂດຍຜ່ານການສົມທົບກັນລະຫວ່າງພາກສ່ວນກ່ຽວຂ້ອງຈາກຫຼາຍຂະແໜງການທີ່ມີການພົວພັນກັນເພື່ອສືບຕໍ່ພັດທະນາການປະຕິບັດວຽກງານການປະຢັດພະລັງງານ ໃຫ້ດີຂື້ນກ່ວາເກົ່າ ກອງປະຊຸມຂອງພວກເຮົາແມ່ນຈະໄດ້ດໍາເນີນເປັນເວລາເຄິ່ງວັນ.

          ກອງປະຊຸມ ໃນມື້ນີ້ ແມ່ນໄດ້ຈັດຂື້ນໂດຍ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການສະໜັບສະໜູນຈາກ USAID ພາຍໃຕ້ໂຄງການ ປັບປຸງປະສິດທິພາບພະລັງງານ ເພື່ອສະໜັບສະໜູນວຽກງານການສ້າງຂີດຄວາມສາມາດຂອງຂະແໜງການ ແລະ ການຍົກລະດັບປະສິດທິພາບພະລັງງານໃນພາກອຸດສາຫະກຳ. ໃນນາມຕາງໜ້າລັດຖະບານ ສປປ ລາວ, ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຂອບໃຈ ມາຍັງ USAID ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານເຕັກນິກວິຊາການໃນວຽກງານດັ່ງກ່າວ ເພື່ອການຄໍ້າປະກັນວຽກງານດ້ານພະລັງງານ ແລະ ການພັດທະນາເສດ ຖະກິດ-ສັງຄົມ ສໍາລັບທຸກຄົນ ໂດຍຜ່ານການຈັດຕັ້ງປະຕິບັດແຜນດໍາເນີນງານໂດຍຜ່ານການປັບປຸງການປະຢັດພະລັງງານ ດ້ວຍວິທີການທີ່ທັນສະໄໝ ໃນການຊົມໃຊ້ພະລັງງານ ຢູ່ໃນຊີວິດປະຈໍາວັນຂອງພວກເຮົາ, ຫຼື ດ້ວຍການແນະນໍາ ວິທີການ ແລະ ເຕັກໂນໂລຊີ ທີ່ມີປະສິດທິພາບ ຢູ່ໃນພາກອຸດສາຫະກໍາ ແລະ ການບໍລິການ. ເຊິ່ງໃນປະຈຸບັນລັດຖະບານຈະໄດ້ມີແຜນຊຸກຍູ້ໃຫ້ບັນດາໂຮງງານ ທີ່ມີເງື່ອນໄຂຄົບຖ້ວນໃນການນໍາໃຊ້ພະລັງງານ ລວມເຖິງການຜະລິດພະລັງງານໃຊ້ເອງ ເພື່ອສົ່ງເຂົ້າຊິງລາງວັນ ອາຊຽນອາວອດໃນແຕ່ລະປີ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ກວດແກ້: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506